ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການຮ່ວມມືລາວ-ໄທ ເປີດກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ຊຸມຊົນ

Mar 31, 2025

ໃນຕອນບ່າຍວັນທີ 28 ມີນາ 2025 ຢູ່ທີ່ໂຮງຮຽນ ປະຖົມບ້ານ ຄໍ້ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ເປີດງານຈັດກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ຊຸມຊົນ ການເຂົ້າຮ່ວມຂອງທ່ານ ບຸນຊູ ທຸ່ນຊົມພູ ວ່າການເຈົ້າເມືອງຈຳພອນ, ທ່ານ ປັດ ປັດທະມະຈິດ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ, ທ່ານ ນາງ ອໍລະວັນ ສາມາດມະນີວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນຜູ້ຊີ້ນຳ ສູນພັດທະນາ ແລະ ບໍລິການກະສິກຳ ແລະປ່າໄມ້ ໜອງເຕົ່າ, ພ້ອມທັງວິຊາການ ແລະ ພາກສ່ວນທີ່ກ້ຽວເຂົ້າຮ່ວມ.
ໃນພິທີ ທ່ານ ປອ ສູນທອນ ເທບປັນຍາ ຕາງໜ້າໂຄງການສູນພັດທະນາ ແລະບໍລິການກະສິກຳປ່າໄມ້ ໜອງເຕົ່າ ກໍໄດ້ລາຍງານ ໃນການກະກຽມງານ, ງານດັ່ງກ່າວ ແມ່ນເກີດຂຶ້ນໄດ້ຍ້ອນຄວາມຮ່ວມມືຮ່ວມໃຈ ແລະ ການປະສານງານກັບຫຼາຍຝ່າຍໂດຍສະເພາະແມ່ນ ທິມງານວິຊາການຈັດກິດຈະກຳຈາກໂຄງການສູນພັດທະນາ ແລະ ບໍລິການກະສິກຳ ແລະ ປ່າໄມ້ໜອງເຕົ່າ ກັບຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຈຳພອນ ລວມເຖິງອຳນາດການປົກຄອງ ບ້ານ ຄໍ້, ໂຄງການດັ່ງກ່າວເປັນໂຄງການຮ່ວມມືລະຫວ່າງສອງປະເທດ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານໄທ ໂດຍມູນນິທິໄຊພັດທະນາ ຊຶ່ງສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ອົງປະທານມູນນິທິຊົງພະກະລຸນນາຮ່ວມມືກັບລັດຖະບານແຫ່ງ ສປປ ລາວ, ເຊິ່ງການຈັດກິດຈະກຳໃນຄັ້ງນີ້ແມ່ນສູນພັດທະນາໜອງເຕົ່າຍັງໄດ້ຈັດວາງສະແດງສິນຄ້າເປັນຕົ້ນ: ມີຫວາຍ, ກົບ, ປາ, ໄກ່-ເປັດ ແລະ ເຂົ້າແຕ່ລະສາຍພັນ, ວິທີການລ້ຽງປາ ແລະ ປູກເຫັດ, ໃນນັ້ນໂຄງການຍັງໄດ້ສາທິດບັນດາກິດຈະກຳທາງດ້ານການປູກຝັງ-ລ້ຽງສັດ, ດ້ານປະມົງ, ການປັບປຸງບຳລຸງດິນ, ການຜະລິດແນວພັນເຂົ້າການບໍລິຫານຈັດການນ້ຳຊົນລະປະທານ, ການຜະລິດການກ້າເບ້ຍໄມ້ ແລະ ການຄຸ້ມຄອງປ່າໄມ້, ຈາກນັ້ນທາງທີມງານຂອງໂຄງການ ແລະ ການນຳເມືອງຍັງໄດ້ຮ່ວມກັນປູກຕົ້ນໄມ້ ແລະ ເລາະເບິ່ງການສະແດງສິນຄ້າຕື່ມອີກ, ໂອກາດສຸດທ້າຍ ທາງໂຄງການຍັງໄດ້ມອບລູກປາ ແລະ ເບ້ຍຕົ້ນໄມ້ ໃຫ້ຄະນະບ້ານທັງ 08 ບ້ານອີກດ້ວຍ.