ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການແປຂ່າວດ້ວຍພາສາມື ລາວ-ຈີນ ມີຜົນສຳເລັດຫຼາຍດ້ານ

Dec 10, 2024

ກອງປະຊຸມການແບ່ງປັນຂອງສະໂມສອນນັກຂ່າວ ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2024, ທີ່ໂຮງແຮມ CrownePlaza, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານນາງ ZhuBaoxia ຮອງບັນນາທິການໃຫຍ່ໜັງສືພິມລາຍວັນຈີນ ຄະນະຜູ້ແທນ ສປປ ລາວ ມີ
ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ບັນດາຜູ້ຕາງໜ້າສື່ມວນຊົນປະເທດອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມ.
ທ່ານ ຄໍາດີ ບຸນຈະເລີນ ຮອງຫົວໜ້າພະແນກຂ່າວພາສາຕ່າງປະເທດ,ໂທລະພາບແຫ່ງຊາດລາວ ໄດ້ແບ່ງປັນການຮ່ວມມື ລະຫວ່າງ ໂທລະພາບແຫ່ງຊາດລາວ ກັບທາງ ສປ ຈີນ. ຊຶ່ງໃນໄລຍະຜ່ານມາໂທລະພາບແຫ່ງຊາດລາວ ກັບສູນການສື່ສານສາກົນພາກພື້ນອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້, ແຂວງຢຸນນານໄດ້ເຊັນສັນຍາການຮ່ວມມື ກຽ່ວກັບການແປເນື້ອຂ່າວກະຈາຍອອກອາກາດພາກຄໍ່າ ເຊິ່ງຖືວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ, ທັງເປັນໂອກາດທີ່ດີໃຫ້ແກ່ຜູ້ພິການໄດ້ງິນ ແລະ ໄດ້ຕິດຕາມຂໍ້ມູນຂ່າວສານຜ່ານທາງໂທລະພາບ ແຫ່ງຊາດ, ພ້ອມນີ້ຍັງເປັນໃບໜ້າໃໝ່ທີ່ໂທລະພາບແຫ່ງຊາດ ໄດ້ມີນາຍແປພາສາມື, ຊຶ່ງນັບແຕ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ຜ່ານມາໄດ້ມີການແປເນື້ອຂ່າວເປັນພາສາມື, ຈາກນັ້ນເຫັນວ່າມີຜູ້ຊົມໃຫ້ຄວາມສົນໃຈຫຼາຍຂຶ້ນ ແລະ ໄດ້ປະໂຫຍດຫຼາຍ, ພວກເຮົາໄດ້ຮ່ວມມືໃນໂຄງການແປຂ່າວດ້ວຍພາສາມືເປັນໂຄງການການທໍາອິດຂອງລາວ, ນອກຈາກເປັນຜົນປະໂຫຍດຕໍ່ຜູ້ພິການໄດ້ງິນແລ້ວ, ການນໍາຂອງລາວເຮົາກໍ່ຮູ້ສຶກດີ
ໃຈຫຼາຍທີ່ມີການຮ່ວມມືຄືແນວນີ້ ເພາະເປັນໂຄງການສາທາລະນະປະໂຫຍດ, ຊຶ່ງການຮ່ວມມືດັ່ງກ່າວນີ້ໄດ້ເລີ່ມມາແຕ່ທ້າຍເດືອນກໍລະກົດ 2024, ໂດຍໂທລະພາບແຫ່ງຊາດລາວໄດ້ເຊັນສັນຍາຢູ່ ສປ ຈີນ ຜ່ານມາ.
ໃນການຮ່ວມມືອອກອາກາດ, ການນໍາໃຊ້ພາສາມືເຂົ້າໃນການສື່ສານເພື່ອແປຄວາມໝາຍເນື້ອໃນຂອງຂ່າວໃຫ້ກັບກຸ່ມເປົ້າໝາຍໄດ້ຮັບຂໍ້ມູນຜູ້ພິການໄດ້ງິນແມ່ນອອກອາກາດວັນຈັນ ເຖິງ ວັນເສົາ ເວລາ 18 ໂມງ 30 ຫາ 19 ໂມງ 45 ນາທີ ໃນນັ້ນຍັງໄດ້ຮັບວີດີໂອກ່ຽວກັບວັດທະນາທຳ, ການສຶກສາອາຫານ, ສະຖານທີ່ທ່ອງທ່ຽວແປອອກອາກາດເປັນພາສາລາວ ເຊິ່ງເຮັດໃຫ້ຄົນລາວຮັບຮູ້ວັດທະນະທໍາຂອງຈີນ ຫຼາຍຂຶ້ນ, ຜ່ານການຮ່ວມມືດັ່ງກ່າວແມ່ນປະສົບຜົນສໍາເລັດຫຼາຍດ້ານ
ຂ່າວ-ພາບ:ສຳນານ