ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການ ລີນີວ ແຂວງກວາງຈິ ມອບລໍ້ຍູ້ໃຫ້ໂຮງໝໍ ເມືອງເຊໂປນ

Mar 13, 2025

ໂຄງການ ລີນີວ ໄດ້ມອບ ລໍ້ຍູ້ 20 ຊຸດ ລວມມູນຄ່າ 40 ລ້ານດົງສະກຸນເງິນຫວຽດນາມ ໃຫ້ໂຮງໝໍເມືອງເຊໂປນ ແຂວງສະຫວັນນະເຂດ ໃນວັນທີ 11 ມີນາ 2025 ຜ່ານມາ ເພື່ອເປັນການຊຸກຍູ້ເຂົ້າໃນວຽກງານສາທາລະນະສຸກ ໃຫ້ມີຄວາມສະດວກ ວ່ອງໄວ ທັນໃຈ ໃຫ້ກັບຄົນເຈັບທີ່ມາໃຊ້ບໍລິການ, ຕາງໜ້າມອບໂດຍ ທ່ານ ດາງກວາງຕວນ ຕາງໜ້າຜູ້ປະສານງານ ໂຄງການລີນີວ ແຂວງກວາງຈິ ສສ ຫວຽດນາມ ແລະ ຕາງໜ້າຮັບໂດຍ ທ່ານ ສະຫວັນໄຊ ອາໄສ ຮອງເລຂາພັກເມືອງເຊໂປນ ໂດຍມີທ່ານ ດຣ. ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ, ທ່ານ ດຣ ຄຳຕຸ່ນ ອຸ່ນລຽນວົງສັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສະຫວັນໄຊ ອາໄສ ກໍໄດ້ສະແດງຄວາມຂອບໃຈມາຍັງໂຄງການ ລີນີວ ທີ່ໃຫ້ ການຊ່ວຍເຫລືອໃນຄັ້ງນີ້ ແລະ ຈະພ້ອມກັນປົກປັກຮັກສາ, ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫລືອຕື່ມອີກ.
ທ່ານ ດາງກວາງຕວນ ໄດ້ກ່າວວ່າ: ໂຄງການ ລີນີວ ແມ່ນມີຄວາມຍິນດີທີ່ເປັນສ່ວນໜຶ່ງ ໃນການປະກອບສ່ວນ ແລະ ເຊື່ອໜັ້ນວ່າໃນການຊ່ວຍເຫລືອຄັ້ງນີ້ ຈະຊ່ວຍເພີ່ມປະສິດທິພາບ ແລະ ປະສິດທິຜົນ ໃນການບໍລິການຂອງໂຮງໝໍແຫ່ງນີ້ໃຫ້ດີຂຶ້ນເລື້ອຍໆ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະ ຜູ້ມາໃຊ້ບໍລິການ ຢູ່ໂຮງໝໍແຫ່ງນີ້ ໃຫ້ມີຄວາມສະດວກຍິ່ງຂຶ້ນ.
May be an image of 13 people and text