ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄສະນາເຜີຍແຜ່ແລກປ່ຽນການສຶກສາຊັ້ນສູງລາວ-ຈີນ

Feb 22, 2025

ກອງປະຊຸມໂຄສະນາເຜີຍແຜ່ ແລະ ພົບປະແລກປ່ຽນການ ສຶກສາຊັ້ນສູງລາວ (ຫຼວງພະບາງ) – ຈີນ (ຢຸນນານ) ໄດ້ຈັດຂຶ້ນໃນວັນທີ 22 ກຸມພານີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງ ພະບາງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈາງ ເຊີຜິງ ກົງສູນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງ, ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ ມີອະທິການບໍດີມະຫາວິທະຍາໄລ ສຸພານຸວົງ ແລະ ບັນດາຄະນະກຳມະການການຮ່ວມມືລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈາງ ເຊີຜິງ ໄດ້ກ່າວວ່າ: ກອງປະຊຸມໂຄສະນາເຜີຍແຜ່ ແລະ ພົບປະແລກປ່ຽນການສຶກສາຊັ້ນສູງລາວຄັ້ງນີ້ແມ່ນພື້ນຖານສໍາຄັນຂອງການພັດທະນາປະເທດຊາດ, ສະຖານະພາບ ແລະ ບົດບາດ ຂອງການສຶກສາຊັ້ນສູງແມ່ນຍິ່ງມີຄວາມສໍາຄັນ, ດັ່ງທີ່ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ຄວາມຕ້ອງ ການດ້ານການສຶກສາຊັ້ນສູງແມ່ນມີຄວາມຮີບດ່ວນ, ຄວາມປາ ຖະໜາດ້ານຄວາມຮູ້ທາງວິທະຍາສາດ, ບຸກຄະລາກອນທີ່ດີເດັ່ນກໍຍິ່ງມີຄວາມເຂັ້ມແຂງຂຶ້ນຫຼາຍກວ່າເກົ່າ, ການສຶກສາຊັ້ນສູງຂອງຈີນທີ່ສາມາດບັນລຸໄດ້ຜົນງານປະຫວັດສາດໃນຍຸກໃໝ່, ການືຮ່ວມມືດ້ານການສຶກສາຊັ້ນສູງຈີນ-ລາວ ນັບມື້ນັບພັດທະນາຂຶ້ນເລື້ອຍໆ, ແຂວງຢຸນນານ ແມ່ນຢູ່ແຖວໜ້າໃນການຮ່ວມມືດ້ານການສຶກສາຊັ້ນສູງກັບປະເທດລາວ, ແຂວງຢຸນນານຫຼາຍແຫ່ງໄດ້ສ້າງການພົວພັນຮ່ວມມືຢ່າງໝັ້ນຄົງ ແລະ ຍາວນານກັບສະຖາ ບັນການສຶກສາຊັ້ນສູງຂອງລາວ, ໄດ້ສ້າງບຸກຄະລາກອນທີ່ດີເດັ່ນໃຫ້ລາວເປັນຈຳນວນຫຼວງຫຼາຍ. ມະຫາວິທະຍາໄລສຸພານຸວົງ ໄດ້ປະຕິບັດວຽກງານຫຼາຍດ້ານທີ່ມີປະໂຫຍດໃນການຮ່ວມມືດ້ານການສຶກສາຊັ້ນສູງ ໂດຍການຮ່ວມສ້າງຕັ້ງສະຖາບັນຂົງຈືກັບມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ ຊຶ່ງເປັນຮູບແບບການສຶກສາ, ການຮ່ວມມືອັນແໜ້ນແຟ້ນລະຫວ່າງສະຖາບັນການສຶກສາຊັ້ນສູງຢຸນນານ ແລະ ສະຖາບັນການສຶກສາຊັ້ນສູງຂອງລາວໃນປັດຈຸບັນ, ການສຶກສາຊັ້ນສູງແມ່ນມຸ່ງເນັ້ນໄປທີ່ຊາວໜຸ່ມ, ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດ ແລະ ເປັນຜູ້ສືບທອດມໍລະດົກຂອງການຮ່ວມມືມິດຕະພາບ ແລະ ການພັດທະນາຮ່ວມກັນຂອງຈີນ-ລາວ, ຫວັງວ່າຊາວໜຸ່ມຈີນ ແລະ ລາວ ຈະເສີມຂະຫຍາຍຄວາມສາມາດ, ເພີ່ມທະວີຄວາມ ເຂົ້າໃຈຊຶ່ງກັນ ແລະ ກັນ ບັນລຸການເຕີບໃຫຍ່ຂະຫຍາຍຕົວຮ່ວມ ກັນໂດຍຜ່ານການສຶກສາຮຽນຕໍ່ຢູ່ຕ່າງປະເທດ, ກອງປະຊຸມດັ່ງກ່າວທີ່ຈັດຂຶ້ນເພື່ອສະແດງໃຫ້ເຫັນຄວາມສຳຄັນຂອງການ ຮ່ວມມືລະຫວ່າງສອງປະເທດ ຊຶ່ງຈະເປີດໂອກາດໃຫ້ຊາວລາວລວມທັງນັກສຶກສາໄວໜຸ່ມໄດ້ເຂົ້າໃຈເຖິງຂໍ້ໄດ້ປຽບ, ນະໂຍບາຍທຶນສຶກສາ ແລະ ໂອກາດການພັດທະນາໃນອະນາຄົດຂອງສະຖາ ບັນການສຶກສາຊັ້ນສູງຂອງຈີນ ແລະ ຈະເປັນໂອກາດເພື່ອໃຫ້ສະຖາບັນການສຶກສາຊັ້ນສູງຂອງຢຸນນານ ແລະ ຫຼວງພະບາງ ສືບຕໍ່ລົງເລິກການຮ່ວມມື, ຮ່ວມກັນຊຸກຍູ້ການພັດທະນາການສຶກສາຊັ້ນສູງ, ພັດທະນາບຸກຄະລາກອນເພື່ອການພົວພັນສາ ກົນໃຫ້ໄດ້ຫຼາຍຂຶ້ນ.
ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນດ້ານການຮ່ວມມືດ້ານການສຶກສາ ລະຫວ່າງ ສອງຊາດລາວ-ຈີນໃນຄັ້ງນີ້, ກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ທີ່ໃຫ້ກຽດເປັນພາກສ່ວນຊີ້ນຳ ແລະ ສະໜັບ ສະໜູນການຈັດງານໃນຄັ້ງນີ້ຕາມແຜນງານທີ່ວາງໄວ້, ສະຖາບັນຂົງຈື ແລະ ມະຫາວິທະຍາໄລ ສຸພານຸວົງ ກໍໄດ້ມີບົດບາດສຳຄັນໃນການຊຸກຍູ້ສົ່ງເສີມການພັດທະນາບຸກຄະລາກອນ, ການແລກປ່ຽນທາງດ້ານການສຶກສາ ແລະ ວັດທະທະນະທຳ ລະຫວ່າງສອງຊາດລາວ-ຈີນ ໂດຍຜ່ານການປະຕິບັດວຽກງານ ແລະ ກິດຈະກຳຕ່າງໆ ທີ່ມີຄວາມໂດດເດັ່ນເຊັ່ນ: ການຈັດການຮຽນການສອນຫຼັກສູດ “ພາສາຈີນ + ເຕັກນິກວິຊາຊີບ” ທີ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການນຳໃຊ້ຕົວຈິງຂອງສັງຄົມ, ການນຳເອົາການສອນພາສາຈີນໄປສູ່ສະຖານການສຶກສາຕ່າງໆໂດຍຜ່ານການຈັດຕັ້ງປະຕິບັດສູນສິດສອນພາສາຈີນກັບຄູ່ຮ່ວມມືຂອງສະຖາບັນ, ການຈັດງານເຜີຍແຜ່ແລກປ່ຽນວັດທະ ນະທຳຕ່າງໆ, ກອງປະຊຸມຄັ້ງນີ້ຈະເປັນການເສີມຂະຫຍາຍການພົວພັນວຽກງານການສຶກສາຂອງພວກເຮົາໃຫ້ກວ້າງຂວາງ, ເລິກ ເຊິ່ງ, ມີສີສັນຫຼາກຫຼາຍຍິ່ງຂຶ້ນ.
ກະຊວງສຶກສາທິການ ແລະ ກິລາ ຍິນດີທີ່ຈະໃຫ້ການສະໜັບ ສະໜູນ, ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ກັບການພົວພັນແລກປ່ຽນ ແລະ ພັດທະນາການສຶກສາຊັ້ນສູງ ລະ ຫວ່າງ ສະຖາບັນການສຶກສາຊັ້ນສູງລະຫວ່າງ ລາວ-ຈີນ, ເວົ້າສະ ເພາະລະຫວ່າງສະຖາບັນການສຶກສາຊັ້ນສູງຕ່າງໆຂອງແຂວງຢຸນນານ ກັບ ມະຫາວິທະຍາໄລສຸພານຸວົງ ຫຼື ສະຖາບັນການສຶກສາແຫ່ງອື່ນໆຂອງ ສປປ ລາວ ເພື່ອຮ່ວມກັນ ພັດທະນາວຽກງານການສຶກສາ ເພື່ອສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບອອກຮັບໃຊ້ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາຂອງສອງຊາດ ລາວ-ຈີນ ໃຫ້ຈະເລີນກ້າວໜ້າໄປພ້ອມໆກັນ.
ໃນໂອກາດນີ້, ທ່ານນາງ ດາລາວອນ ກິດຕິພັນ ກໍໄດ້ໃຫ້ກຽດມອບຫຼຽນກາແຮງງານໃຫ້ທ່ານ ຖັງ ເຈຍຮວາ ເລຂາພັກມະຫາຶວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ຫົວໜ້າຄະນະພົບປະແລກປ່ຽນການສຶກສາຊັ້ນສູງຈາກພະແນກສຶກສາທິການ ແຂວງຢຸນນານ ສປ ຈີນ.
ຂ່າວ-ພາບ: ບຸນອູ້ມ