ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂທລະພາບຫວຽດນາມ ໄດ້ປັບຕົວຢາກຫລາກຫລາຍເພື່ອໃຫ້ເຂົ້າກັບຍຸກສະໄໝໃໝ່

Oct 6, 2024

ຄະນະສື່ມວນຊົນລາວ ຢ້ຽມຢາມ ໂທລະພາບຫວຽດນາມ (VTV) ເພື່ອຖອດຖອນບົດຮຽນຕົວຈິງດ້ານສື່ມວນຊົນແບບໃໝ່ ແລະ ວຽກງານການຕ່າງປະເທດ ໃນວັນທີ 4 ຕຸລາ 2024 ທີ່ນະຄອນຫລວງຮ່າໂນ້ຍ.
ໂອກາດນີ້, ທ່ານ ຮວ່າ ແທງ ຕຸງ ຮອງຫົວໜ້າກອງເລຂາ ບັນນາທິການຂອງ VTV ໄດ້ກ່າວວ່າ: VTV ໄດ້ມີການຫັນປ່ຽນໂດຍໄດ້ສ້າງໃຫ້ມີຫລາຍຮູບຫລາຍແບບ ແລະ ຫລາກຫລາຍສີສັນຜ່ານຫລາຍຊ່ອງທາງເປັນຕົ້ນ ເວັບໄຊ້, ເຟສບຸກ, ຢູທູບ, ຕິກຕອກ, ໜັງສືພິມເອເລັກໂຕຣນິກ ເພື່ອໃຫ້ແທດເໝາະກັບຍຸກໃໝ່ຂອງວຽກ ງານສື່ມວນຊົນ.
ທ່ານ ຮວ່າ ແທງ ຕຸງ ໄດ້ເນັ້ນວ່າ: ‘‘ສື່ມວນຊົນຍຸກໃໝ່ ຕ້ອງຫັນເປັນດິຈີຕອນ ເພື່ອດຶງດູດຜູ້ເຂົ້າຊົມໃຫ້ຫລາຍຂຶ້ນ ຊຶ່ງສິ່ງສຳຄັນທີ່ສຸດໃນການດຶງດູດນັ້ນ ແມ່ນການເຮັດເນື້ອໃນເປັນຕົ້ນຕໍ ຖ້າເນື້ອໃນດີ ແລະ ມີຄວາມໜ້າສົນໃຈ ຈະສາມາດດຶງດູດຜູ້ຊົມໄດ້ເຂົ້າຫລາຍທີ່ສຸດ.”
ພ້ອມນີ້, VTV ຍັງເນັ້ນໃສ່ການໂຄສະນາ 5 ເນື້ອໃນຫລັກຕົ້ນຕໍຄື: ໂຄສະນາແນວທາງ-ນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ, ໂຄສະນາ ການພັດທະນາເສດຖະ ກິດ-ສັງຄົມ ຂອງປະເທດ, ໂຄສະນາວັດທະນະທຳ ຂອງຫວຽດນາມ ໃຫ້ຊາວໂລກໄດ້ຮັບຮູ້, ໂຄສະນາວຽກງານປົກປັກຮັກສາເຂດ, ນ້ຳ, ແດນດິນ ກໍຄື ອະທິປະໄຕ ແລະ ໂຄສະນາ ການຕອບໂຕ້ຄືນບັນດາກຸ່ມຄົນບໍ່ຫວັງດີ, ໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ-ລັດ.
ໂທລະພາບຫວຽດນາມ ແມ່ນອົງການທີ່ຂຶ້ນກັບລັດຖະບານ ໂດຍປະຕິບັດໜ້າທີ່ວຽກງານໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ. ປັດຈຸບັນ VTV ມີທັງໝົດ 8 ຊ່ອງ ໂດຍສົ່ງຜ່ານລະບົບເຄເບິນ, ລະບົບ SCTV ແລະ K+. ພ້ອມນີ້, ຍັງມີຊ່ອງທີ່ເປັນພາສາຕ່າງປະເທດ (ຊ່ອງ VTV4) ເຊັ່ນ: ພາສາອັງກິດ, ພາສາຝຣັ່ງ, ພາສາລັດເຊຍ ແລະ ພາສາຈີນ.
ພາຍຫລັງໄດ້ຟັງການລາຍຫຍໍ້ຂອງຄະນະນໍາ VTV, ທ່ານ ໂອລໍາ ຈັນທະວິໄລ ຫົວ ໜ້າຄະນະສື່ມວນຊົນລາວ ໄດ້ສະແດງຄວາມຂອບໃຈມາຍັງຄະນະນໍາໂທພາບຫວຽດ ນາມ VTV ທີ່ໃຫ້ໂອກາດຄະນະສື່ມວນຊົນລາວ ໄດ້ມາຖອດຖອນບົດຮຽນໃນຄັ້ງນີ້. ພ້ອມທັງຍົກໃຫ້ເຫັນເຖິງການຊ່ວຍເຫລືອຂອງຫວຽດນາມຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອໂທລະພາບແຫ່ງຊາດລາວ.
ຫລັງຈາກນັ້ນ, ຄະນະສື່ມວນຊົນລາວ ຍັງໄດ້ເຂົ້າຢ້ຽມຊົມການຜະລິດລາຍການຕ່າງໆ ເປັນຫ້ອງອັດ, ຫ້ອງອອກລາຍການ, ຫ້ອງເຮັດວຽກຂອງນັກຂ່າວ ແລະ ຫ້ອງຕັດຕໍ່.
ການເຂົ້າຮ່ວມຢາມຢ້ຽມ VTV ຄັ້ງນີ້, ທ່ານ ຫງວຽນ ຫງອກ ແອັງ ຫົວໜ້າຄະນະວິຊາພົວພັນສາກົນ, ສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ເປັນຜູ້ນໍາພາຄະນະສື່ມວນຊົນລາວ ທີ່ກໍາລັງຝຶກອົບຮົມວຽກງານການຄຸ້ມຄອງສື່ມວນຢູ່ສະຖາບັນດັ່ງກ່າວ ໂດຍຄະນະຝຶກອົບຮົມຂອງສື່ມວນຊົນລາວຄັ້ງນີ້ ປະກອບມີ 15 ທ່ານ, ຍິງ 7 ທ່ານ ທີ່ມາຈາກທັງສູນກາງ ແລະ ທ້ອງຖິ່ນ.
ຂ່າວ: ມະນີທອນ, ຂ່າວສານປະເທດລາວ