ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂທລະເລກເສົ້າສະຫຼົດໃຈ

May 22, 2025

ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ,ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ, ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025ຜ່ານມາ,ເຊິ່ງມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວສະຫາຍ ເຈີນ ດຶກ ເລືອງ, ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025.
ສະຫາຍ ເຈີນ ດຶກ ເລືອງແມ່ນການນຳທີ່ດີເດັ່ນ, ເປັນການນຳຫຼັກແຫຼ່ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ເຊິ່ງຍາມໃດສະຫາຍ ກໍຍົກສູງນໍ້າໃຈເສຍສະຫຼະ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະ ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ, ໄດ້ທຸ້ມເທສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຫວຽດນາມ ໃຫ້ຈະເລີນວັດທະນາ.
ການຈາກໄປ ຂອງ ສະຫາຍ ເຈິນ ດຶກ ເລືອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ. ສະຫາຍ ເຈິ່ນ ດຶກ ເລື່ອງ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງ ສປປ ລາວ, ໄດ້ປະກອບສ່ວນສຳຄັນໃຫຍ່ຫລວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນ ຕະຫຼອດມາ.
ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ເຈີນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ, ສ້າງປະເທດຫວຽດນາມເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
May be an image of 1 person