ໂປ໋ອ໋າວ ເລີ້ເສີງ ເຂດທົດລອງການປິ່ນປົວການແພດສາກົນແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປ ຈີນ
ໃນວັນທີ 26 ເມສາ 2024 ສື່ມວນຊົນຈີນ-ອາຊຽນ ຫລາຍກວ່າ 50 ຄົນທີ່ເຂົ້າຮ່ວມກິດຈະກໍາ “ຄູ່ຮ່ວມສື່ມວນຊົນອາຊຽນ ເບິ່ງຈີນຮ່ວມກັນ” ໄດ້ເຄື່ອນໄຫວຢ້ຽມຢາມເຂດທົດລອງການປິ່່ນປົວການແພດສາກົນໃນລັກສະນະທ່ອງທ່ຽວທາງການແພດ ໂປ໋ ອ໋າວ (Boao Lecheng International Medical Tourism Pilot Zone ຫລື Boao Hope City) ຕັ້ງຢູ່ເມືອງສົງໄຫ່ (Qionghai) ແຂວງໄຫຫຼໍາ (ໄຫໜານ), ສປ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນກຸມພາ ປີ 2013 ແມ່ນ 1 ໃນຫລາຍກວ່າ 10 ນິຄົມອຸດສາຫະກໍາພາຍໃຕ້ແຜນພັດທະນາທ່າເຮືອການຄ້າເສລີ ແຂວງໄຫຫຼໍາ (Hainan Free Trade Port) ແລະ ເປັນເຂດຕົວຢ່າງໃນການຕົວຢ່າງການທ່ອງທ່ຽວດ້ານການແພດແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປ ຈີນ ທີ່ດໍາເນີນນະໂຍບາຍ ແລະ ມາດຕະການທີ່ເປີດກວ້າງຫລາຍທີ່ສຸດ ໂດຍສະເພາະການອະນຸຍາດນໍາເຂົ້າ ແລະ ການນໍາໃຊ້ເຕັກໂນໂລຊີທາງການແພດ ກໍຄື ຢາ ແລະ ອຸປະກອນການແພດຈາກຕ່າງ ປະເທດໄດ້.

ເຂດດດັ່ງກ່າວ ໄດ້ນໍາເຂົ້າຢາ ແລະ ອຸປະກອນການແພດຈາກຕ່າງປະເທດຫລາຍຮ້ອຍລາຍການ ເປັນຕົ້ນ: ຢາຮັກສາພະຍາດມະເຮັງ, ອຸປະກອນການແພດສໍາລັບການຟື້ນຟູສຸຂະພາບ, ການ ຮັກສາຫົວໃຈ ແລະ ອື່ນໆ. ໃນນີ້ ໄດ້ມີໂຮງໝໍທີ່ເຂົ້າມາໃຫ້ບໍລິການແລ້ວຫລາຍສິບແຫ່ງ. ນອກຈາກນີ້ ຍັງໄດ້ລົງນາມການຮ່ວມມືກັບຜູ້ຊ່ຽວຊານຕ່າງປະເທດ, ບໍລິສັດດ້ານການວິໄຈຜະລິດຕະພັນຢາ ແລະ ອຸປະກອນການແພດໃນລະດັບແຖວໜ້າຫລາຍແຫ່ງໃນທົ່ວໂລກ.
ເຂດທົດລອງການປິ່ນປົວການແພດສາກົນ ໂປ໋ອ໋າວ ມີໜ່ວຍງານຂອງລັດເຮັດໜ້າທີ່ສໍາຄັນໃນການປັບປຸງນະໂຍບາຍເພື່ອສ້າງສິ່ງ ແວດລ້ອມດ້ານການວິໄຈເພື່ອອໍານວຍໃຫ້ແກ່ການສ້າງນະວັດຕະກໍາໃໝ່ໆ ໂດຍສະເພາະການອະນຸຍາດນໍາເຂົ້າຢາ ແລະ ອຸປະ ກອນການແພດຈາກຕ່າງປະເທດ, ການຫລຸດຜ່ອນລະບຽບການຈັດຕັ້ງອົງການດ້ານການເຮັດວິໄຈເພື່ອພັດທະນາຢາ ແລະ ອຸປະ ກອນການແພດ, ການອະນຸຍາດໃຫ້ດໍາເນີນໂຄງການຕົວຢ່າງທາງຄຼີນິກ ແລະ ອື່ນໆ.
ດັ່ງນັ້ນ ເຂດດັ່ງກ່າວນີ້ ຈິ່ງເຮັດໜ້າທີ່ຄືປະຕູສໍາຄັນທີ່ເປີດໂອ ກາດໃຫ້ພາກເອກະຊົນ ແລະ ອົງການດ້ານການວິໄຈ ແລະ ພັດທະ ນາສາມາດເຂົ້າມາໃຊ້ພື້ນທີ່ ແລະ ປະໂຫຍດຈາກນະໂຍບາຍນີ້ເພື່ອດໍາເນີນໂຄງການວິໄຈຢາ ແລະອຸປະກອນການແພດໃໝ່, ລວມເຖີງສາມາດນໍາເຂົ້າຢາ ແລະ ອຸປະກອນການແພດເຂົ້າມສູ່ຕະຫລາດຈີນໄດ້ໄວຂຶ້ນກວ່າເກົ່າ.
ອີງຕາມຂໍ້ມູນຈາກການລາຍງານຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງເຂດດັ່ງກ່າວ ໃຫ້ຮູ້ວ່າ: ເຂດທົດລອງການປິ່ນປົວການແພດສາກົນ ໂປ໋ອ໋າວ ວາງຄາດໝາຍຮອດປີ 2025 ຈະມີຄວາມທັນ ສະໄໝຫລາຍໃນການເປັນສູນການແພດທາງຄຼີນິກຂັ້ນສູງທີ່ນໍາໃຊ້ເຕັກໂນໂລຊີ, ການວິໄຈ ແລະ ການປ່ຽນແປງທີ່ໂດດເດັ່ນ, ຫລັງ ຈາກນັ້ນ ຮອດປີ 2030 ການບໍລິການທາງການແພດ ແລະ ການວິໄຈ ແລະ ການພັດທະນາຈະກ້າວໄປສູ່ລະດັບສູງສຸດໃນລະດັບຊາດ ແລະ ລະດັບສາກົນ, ທັງມີຊື່ສຽງໃນຖານະກຸ່ມອຸດສາຫະກໍາດ້ານສຸຂະພາບທີ່ມີການພັດທະນາຢ່າງເຕັມຮູບແບບ ແລະ ຈະກາຍເປັນຈຸດໝາຍປາຍທາງສໍາຄັນໃນການທ່ອງທ່ຽວໃນດ້ານການແພດລະດັບໂລກ, ທັງເປັນສູນກາງນະວັດຕະກໍາວິທະຍາສາດການແພດ ແລະ ເຕັກໂນໂລຊີ.
ໃນໂອກາດຢ້ຽມຢາມເຂດທົດລອງການປິ່ນປົວການແພດສາ ກົນ ໂປ໋ອ໋າວ ໃນຄັ້ງນີ້ ສື່ມວນຊົນຈີນ-ອາຊຽນ ຍັງໄດ້ຢ້ຽມຊົມຫ້ອງວາງສະແດງຢາ ແລະ ອຸປະກອນການແພດ, ໂຮງໝໍຮຸ້ຍຈິ່ນ ແລະ ໂຮງໝໍແພດພື້ນເມືອງພາຍໃນເຂດດັ່ງກ່າວຕື່ມອີກ.






