ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຢຊາອາຫານພື້ນເມືອງທີ່ມີຊື່ສຽງທີ່ສຸດຂອງເມືອງ ກົ່ງເສີງ ນະຄອນກຸ້ຍລິນ

Nov 18, 2024

ໂຢຊາ ແມ່ນໜຶ່ງໃນອາຫານພື້ນເມືອງທີ່ມີຊື່ສຽງທີ່ສຸດຂອງເມືອງປົກຄອງຕົນເອງເຜົ່າຢ້າວກົ່ງເສີງ(ເອີ້ນຫຍໍ້ວ່າ ເມືອງກົ່ງເສີງ) ຂຶ້ນກັບນະຄອນກຸ້ຍລິນ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ. ໂຢຊາ ມີອີກຊື່ໜຶ່ງວ່າ: ຊາເຂົ້າຂົ້ວ ເຊິ່ງເປັນອາຫານທີ່ຖືເຂົ້າຂົ້ວເປັນຫຼັກ, ສ່ວນປະກອບຂອງໂຢຊາຍັງມີ: ໃບຊາ, ສາລີ, ຂີງ, ຫົວຜັກທຽມ, ຊີ້ນໝູ, ໝາກຖົ່ວດິນ, ຫອມບົ່ວ, ໝາກເຜັດດອງ, ໝາກຖົ່ວຂຽວ ແລະ ເສັ້ນລ້ອນ ຫຼື ເສັ້ນໝີ່.
ຖ້າເບິ່ງໃນດ້ານໂພສະນາການແລ້ວ, ເມື່ອທຽບໃສ່ການຕົ້ມຊາໂດຍທົ່ວໄປ, ວິທີປຸງແຕ່ງໂຢຊາໄດ້ເພີ່ມຂັ້ນຕອນຂົ້ວ ແລະ ທັບໃຫ້ມຸ່ນ ເຊິ່ງສາມາດເຮັດໃຫ້ຮ່າງກາຍຂອງຄົນໄດ້ຮັບສານບໍາລຸງທີ່ດີກວ່າເກົ່າ.
ນໍ້າຊາສີນໍ້າຕານ, ເຂົ້າຂົ້ວສີເຫຼືອງອ່ອນ, ຫອມບົ່ວສີຂຽວ, ໝາກເຜັດສີແດງ, ໝາກຖົ່ວດິນບາງເມັດບວກກັບກິ່ນຫອມທີ່ມີເອກະ ລັກສະເພາະ, ເຮັດໃຫ້ໂຢຊາຄົບປັດໄຈ 3 ຢ່າງສົມກັບນິຍາມຂອງອາຫານແຊບ ຄື: ມີສີສັນ, ມີກິ່ນຫອມ ແລະ ມີລົດຊາດ. ຊາວກົງເສີງມັກກິນໂຢຊາ ແລະ ລົມເລື່ອງລາວຕ່າງໆໄປນໍາ, ຖືເປັນການພັກຜ່ອນຢ່ອນໃຈທີ່ຊາວທ້ອງຖິ່ນມັກ.
ທົ່ວເມືອງມີເນື້ອທີ່ປູກວັດສະດຸທີ່ກ່ຽວຂ້ອງຂອງໂຢຊາ ເຖິງ 2 ແສນ 40 ພັນມູ໋(1 ມູ໋ເທົ່າກັບ 667 ຕາແມັດ) ເວົ້າສະເພາະເນື້ອ ທີ່ປູກຊາມີຫຼາຍກວ່າ 11 ພັນມູ໋, ຍອດຈໍານວນການຜະລິດຫຼາຍ ກວ່າ 1 ແສນ 50 ພັນໂຕນ. ປັດຈຸບັນ, ການພັດທະນາຂອງອຸດສາຫະກໍາຜະລິດໂຢຊາຢູ່ເມືອງກົ່ງເສີງພວມສ້າງເປັນລະບົບຕ່ອງໂສ້ອຸດສາຫະກໍາເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດສາກົນ, ພ້ອມທັງວາງແຜນວ່າ: ເມື່ອຮອດປີ 2026, ໃຫ້ສ້າງເປັນນິຄົມອຸດສາຫະກໍາການປະດິດສ້າງດ້ານມໍລະດົກວັດທະ ນະທໍານາມມະທໍາແຫ່ງຊາດ, ທົ່ວເມືອງມີເນື້ອທີ່ປູກໃບຊາຫຼາຍ ກວ່າ 15 ພັນມູ໋ ເຮັດໃຫ້ຍອດມຸນຄ່າການຜະລິດ ແລະ ຍອດມຸນຄ່າຈໍາໜ່າຍບັນລຸຫຼາຍກວ່າ 10 ຕື້ຢວນ.
ຂ່າວ: ບຸນຍັງ ພຸດສະຫວັດ