ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂລະລາດ ບຸນປີໃໝ່ລາວ ຢູ່ນະຄອນຫລວງພະບາງ ເຕັມໄປດ້ວຍບັນຍາກາດມ່ວນຊື່ນ

Apr 14, 2025

ໃນວັນທີ 14 ເມສາ 2025 ນີ້, ກົງກັບມື້ແຮມ 2 ຄໍ່າ ເດືອນ 5 ພສ 2567, ອົງການປົກຄອງນະຄອນ ຫລວງພະບາງ ສົມທົບກັບອົງການປົກຄອງແຂວງຫລວງພະບາງ ຈັດກິດຈະກຳໂລະລາດ ຫລື ລົງຕະຫລາດນັດແບບມວນຊົນ ໃນໂອກາດບຸນປີໃໝ່ລາວ ຢູ່ເສັ້ນທາງກາງເມືອງ ໂດຍເລີ່ມແຕ່ 3 ແຍກບ້ານຈູມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງ ໂດຍມີພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍ ປະຊາຊົນພາຍໃນແຂວງຫລວງພະບາງ ໄດ້ນຳເອົາສິນຄ້າກະສິກຳ-ຫັດຖະກຳ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ລວມທັງເຄື່ອງນຸ່ງຫົ່ມ, ອາຫານທີ່ເປັນເອກະລັກຂອງແຂວງຫລວງພະບາງ ແລະເຄື່ອງໃຊ້ສອຍ ປະກອບພິທີກຳໃນບຸນປີໃໝ່ລາວ ມາວາງສະແດງ ແລະ ຂາຍ ເປັນຈຳນວນຫລວງຫລາຍ.
ກິດຈະກຳການໂລະລາດ ຫລື ລົງຕະຫລາດນັດແບບມວນຊົນ ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ໃນແຕ່ລະປີຈະຈັດຂຶ້ນ 2 ຄັ້ງ ຄື: ໂອກາດບຸນປີໃໝ່ລາວ ແລະ ໂອກາດ ບຸນຫໍ່ເຂົ້າປະດັບດິນ ຫລື ບຸນຊ່ວງເຮືອເດືອນ 9, ຊຶ່ງສິນຄ້າທີ່ນຳມາວາງຂາຍສ່ວນໃຫຍ່ ເປັນເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນ-ດຶ່ມ-ໝາກໄມ້ ພ້ອມດ້ວຍບັນດາສັດສາວາສິ່ງຫລາກຫລາຍຊະນິດ ເພື່ອນຳໄປປ່ອຍ ຫລື ໂຜດ ແລະ ເຄື່ອງປະກອບພິທີກຳ ໃນມື້ສັງຂານລ່ວງ ລວມທັງຜະລິດຕະພັນອື່ນໆ.
ເຂົ້າຮ່ວມງານຕະຫລາດນັດແບບມວນຊົນ ຄັ້ງນີ້ມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫລວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຕັມໄປດ້ວຍບັນຍາກາດມ່ວນຊື່ນ.
ຂ່າວ-ພາບ: ອາພຸດເດດ ບຸບຜາ