ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂອກາດຄໍາຂອງປັນຍາປະດິດໃນການເຊື່ອມຕໍ່ດ້ານເຕັກໂນໂລຊີລະຫວ່າງຈີນ-ອາຊຽນ

Nov 8, 2025

ໂອກາດຄໍາຂອງປັນຍາປະດິດໃນການເຊື່ອມຕໍ່ດ້ານເຕັກໂນໂລຊີລະຫວ່າງຈີນ-ອາຊຽນ

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ຜ່ານການຄົ້ນຄວ້າປະກອບຄໍາເຫັນຢູ່ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ຄັ້ງທີ 20 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ເຊິ່ງໜຶ່ງໃນຫຼາຍຂໍ້ສະເໜີທີ່ສູນກາງພັກຄອມມູນິດຈີນມີຕໍ່ແຜນພັດທະນານີ້ ແມ່ນການຍົກລະ​ດັບການ​ເພິ່ງ​ພາອາໄສຕົນ​ເອງ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ດ້ານ​​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີໃຫ້ສູງ​ຂຶ້ນ​ຢ່າງ​ໃຫຍ່ຫຼວງ, ໃນນັ້ນ ລວມທັງການນໍາໃຊ້ AI ເຂົ້າໃນທຸກຂົງເຂດວຽກງານ ແລະ ການແບ່ງ ປັນບົດຮຽນທີ່ດີຂອງຈີນໃຫ້ແກ່ໂລກ, ເຊິ່ງລວມທັງປະເທດສະມາຊິກອາຊຽນ.

ຈີນ ແລະ ອາຊຽນ ໄດ້ຮ່ວມມືກັນຢ່າງຕໍ່ເນື່ອງໃນດ້ານ AI ເພາະເປັນເຕັກໂນໂລຊີ ໃໝ່ ແລະ ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ. ເຊິ່ງຫຼ້າສຸດໃນວັນທີ 18 ກັນຍາ 2025, ສອງຝ່າຍໄດ້ຮ່ວມກັນສ້າງສູນຮ່ວມມືການນຳໃຊ້ AI ຈີນ-ອາຊຽນ ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ. ມາຮອດປັດຈຸບັນ, ສູນດັ່ງກ່າວ ໄດ້ສ້າງຕັ້ງສູນຢູ່ຕ່າງປະເທດໃນປະເທດລາວ, ອຳນວຍຄວາມສະດວກໃນການເຊັນສັນຍາໂຄງການ AI ພາຍໃນປະເທດ 61 ໂຄງການ, ບັນລຸຂໍ້ຕົກລົງຮ່ວມມືກັບບໍລິສັດຕ່າງປະເທດ 22 ແຫ່ງ, ເປີດເຜີຍເຕັກໂນໂລຊີການແປພາສາຫຼາຍພາສາ ແລະ ວິທີແກ້ໄຂການໄຫຼວຽນຂໍ້ມູນຂ້າມຊາຍແດນ ແລະ ໄດ້ເຊັນໂຄງການຮ່ວມມືດ້ານອຸດສາຫະກຳທີ່ກວມເອົາການຂົນສົ່ງດ້ວຍລະບົບອັດສະລິຍະ, ກະສິກຳ ແລະ ຂົງເຂດອື່ນໆ.

ຈີນ ແລະ ອາ​ຊຽນຍັງ​ໄດ້​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ດ່ານ​ອັດ​ສະ​ລິ​ຍະ ເຊັ່ນ: ການ​ສ້າງ​ດ່ານ​ອັດ​ສະ​ລິ​ຍະ​ບໍ່​ຫານ ເຮັດ​ໃຫ້​ເວ​ລາ​ກວດ​ກາເພື່ອປ່ອຍຜ່ານ​ລົດ​ບັນ​ທຸກ​ສິນ​ຄ້າ​ຫຼຸດລົງຢ່າງຫຼວງຫຼາຍ, ​ຈາກ 8-10 ນາ​ທີ​ໃນ​ເມື່ອ​ກ່ອນ ຫຼຸດ​ລົງ​ເຫຼືອ​ແຕ່ 4 ນາ​ທີ​ໃນ​ປັດ​ຈຸ​ບັນ​ ເຊິ່ງ​ໄດ້​ຍົກ​ສູງ​ປະ​ສິດ​ທິ​ພາບ​ຂອງ​ການ​ຜ່ານ​ດ່ານ​ຢ່າງຫຼວງຫຼາຍ ແລະ ໄດ້ຊຸກຍູ້ການອໍານວຍ​ຄວາມ​ສະ​ດວກສະບາຍ​ທາງດ້ານການ​ຄ້າ​ໃນ​ພາກ​ພື້ນ​ຢ່າງ​ແຂງ​ແຮງ ແລະ ອື່ນໆ.

ຈີນເປັນຜູ້ນຳລະດັບໂລກໃນການພັດທະນາ AI. ປະສົບການອັນກວ້າງຂວາງຂອງຈີນໃນການສ້າງລະບົບນິເວດ AI, ການຂະຫຍາຍຂະໜາດຂອງການໃຊ້ງານ ແລະ ການຄຸ້ມຄອງການປ່ຽນຜ່ານດິຈິຕອນ ເຮັດໃຫ້ຈີນມີຕຳແໜ່ງທີ່ພິເສດໃນການຊ່ວຍເຫຼືອບັນດາເສດຖະກິດທີ່ກຳລັງພັດທະນາໃນການນໍາເອົາ AI ໄປນໍາໃຊ້ຢ່າງມີຄວາມຮັບຜິດຊອບ. ເສດຖະກິດກຳລັງພັດທະນາໃນເຂດໂລກໃຕ້ ຕ່າງຫັນໜ້າສູ່ຈີນເພື່ອຂໍຄຳແນະນຳໃນການນຳໃຊ້ AI ເຂົ້າໃນການເພີ່ມຜົນຜະລິດໃນຂະນະທີ່ຍັງສາມາດຮັກສາຄວາມປອງດອງທາງສັງຄົມ.

ໃນໄລຍະສອງສາມປີມານີ້, ເສດຖະກິດຂອງຫຼາຍປະເທດສະມາຊິກອາຊຽນ ພົບກັບຄວາມຫຍຸ້ງຍາກລໍາບາກຍ້ອນການຢຸດສະງັກຂອງຕ່ອງໂສ້ການສະໜອງ ແລະ ການຫຼຸດລົງຂອງການຄ້າໂລກ. ທຸລະກິດຫຼາຍແຫ່ງປິດຕົວລົງ ຫຼື ຫຼຸດຂະໜາດການດຳເນີນທຸລະກິດ ເຊິ່ງນຳໄປສູ່ການເລີກຈ້າງງານຂະໜາດໃຫຍ່. ຄົນງານຈຳນວນຫຼາຍທີ່ຖືກເລີກຈ້າງງານຍັງບໍ່ສາມາດຫາງານໃໝ່ຍ້ອນທັກສະຂອງພວກເຂົາບໍ່ກົງກັບຄວາມຕ້ອງການໃໝ່ຂອງອຸດສາຫະກຳ.

ສິ່ງດັ່ງກ່າວຄືຈຸດທີ່ຈີນ ແລະ ອາຊຽນ ສາມາດສ້າງການຮ່ວມມືກັນທີ່ເລິກເຊິ່ງກວ່າເກົ່າໃນໂຄງການການຝຶກອົບຮົມທັກສະໃໝ່ ແລະ ການສຶກສາທີ່ຂັບເຄື່ອນໂດຍ AI. ປະ ສົບການຂອງຈີນໃນຂົງເຂດເຫຼົ່ານີ້ ສາມາດນຳມາໃຊ້ເພື່ອຊ່ວຍໃຫ້ເສດຖະກິດອາຊຽນໃນການພັດທະນາຄວາມສາມາດພາຍໃນປະເທດຂອງຕົນສຳລັບການປ່ຽນແປງກຳລັງແຮງງານ. ໂດຍການຮ່ວມມືກັບລັດຖະບານປະເທດສະມາຊິກອາຊຽນ ແລະ ສະຖາບັນການສຶກສາ, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນ ແລະ ບໍລິສັດເອກະຊົນສາມາດຊ່ວຍພັດທະນາຮູບແບບການຮຽນຮູ້ AI ທີ່ຖືກອອກແບບໂດຍສະເພາະເພື່ອຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນ. ການເຄື່ອນໄຫວດັ່ງກ່າວ ຈະບໍ່ພຽງແຕ່ເພີ່ມຜົນຜະລິດໃນລະດັບພາກພື້ນ ເທົ່ານັ້ນ, ຍັງຈະເສີມສ້າງການເຊື່ອມໂຍງທາງດ້ານເສດຖະກິດລະຫວ່າງຈີນ-ອາ ຊຽນ ອີກດ້ວຍ.

ໂອກາດການພັດທະນາອັນໃໝ່ໆ ລະຫວ່າງຈີນ-ອາຊຽນ ຈະເກີດຂຶ້ນຢ່າງຫຼວງຫຼາຍ ເມື່ອແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນເປັນຮູບຮ່າງທີ່ຊັດເຈນ ກໍຄື ພາຍຫຼັງຖືກຮັບຮອງຢ່າງເປັນທາງການ ເຊິ່ງຈະເຮັດໃຫ້ AI ຍິ່ງຈະມີບົດບາດພົ້ນເດັ່ນຂຶ້ນ ເນື່ອງຈາກແຜນພັດທະນາດັ່ງກ່າວມີເປົ້າໝາຍເພື່ອນໍາເອົາກົດລະບຽບໃໝ່ ແລະ ວິທີເຮັດວຽກໃໝ່ກ່ຽວກັບ AI ມານໍາໃຊ້ ແລະ ຈະເຮັດໃຫ້ບົດຮຽນຂອງຈີນໃນດ້ານນີ້ເປັນສິ່ງທີ່ປະເມີນຄ່າບໍ່ໄດ້ສໍາລັບອາຊຽນ ແລະ ຈະກາຍເປັນໂອກາດຄໍາຂອງປັນຍາປະດິດໃນການເຮັດໜ້າທີ່ເຊື່ອມຕໍ່ດ້ານເຕັກໂນໂລຊີລະຫວ່າງຈີນ-ອາຊຽນ ໃຫ້ນັບມື້ດີຂຶ້ນກວ່າເກົ່າ.

ໃນນີ້, ເວົ້າສະເພາະປະເທດລາວ ທີ່ໄດ້ຮ່ວມມືກັບຈີນເພື່ອບຸກເບີກເສັ້ນທາງໃໝ່ຂອງການຮ່ວມມືດ້ານ AI ໂດຍໄດ້ຮ່ວມກັນລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ສ້າງ​ສູນ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ AI ຢູ່​ນະ​ຄອນຫຼວງວຽງ​ຈັນ​ ໄດ້ກາຍເປັນ​ເວ​ທີ​ການ​ຮ່ວມ​ມື​​ປະ​ດິດ​ສ້າງ​ໃໝ່​ດ້ານປັ​ນ​ຍາ​ປະ​ດິດ​ແຫ່ງ​ທຳ​ອິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ພື້ນ​ຖານ​ຂອງ​ລາວໃຫ້ສູງຂຶ້ນຢ່າງ​ເປັນ​ລະ​ບົບ​ໃນ​ຍຸກ​ AI. ນອກຈາກນີ້ ລາວຍັງໄດ້ຮ່ວມມືກັບຈີນກ່ຽວກັບ AI ໃນຫຼາຍຂົງເຂດ ແລະ ຈະກາຍເປັນແຮງຂັບເຄື່ອນສໍາຄັນໃນການຜັນຂະຫຍາຍນະໂຍບາຍ “ໜຶ່ງແລວທາງໜຶ່ງເສັ້ນທາງ” ກໍຄືໃນການຮ່ວມມືກັນຫັນເປັນ ດິຈິຕອນລະຫວ່າງລາວ ແລະ ຈີນ, ທັງເປັນໂອກາດຂະຫຍາຍການຮ່ວມມືດ້ານ AI ກັບບັນ ດາປະເທດສະມາຊິກອາຊຽນ ຕື່ມອີກ.

ປັດຈຸບັນ, ຫຼາຍປະເທດໃນອາຊຽນ ກໍຄື ທົ່ວໂລກ ຕ່າງໃຫ້ຄວາມສໍາຄັນຢ່າງກວ້າງ ຂວາງກ່ຽວກັບການນໍາໃຊ້ AI ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສະນັ້ນ ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ທີ່ຈະເນັ້ນໃສ່ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງບໍ່ຢຸດຢັ້ງ, ພ້ອມທັງຈະພັດທະນາດ້ານວິທະຍາສາດເຕັກໂນໂລຊີ ແລະ ແບ່ງປັນບົດຮຽນໃນດ້ານນີ້ໃຫ້ພາຍນອກຫຼາຍຂຶ້ນກວ່າເກົ່າໃຫ້ແກ່ໂລກ ຈະກາຍ ເປັນໂອກາດຄໍາຂອງ AI ໃນການເຊື່ອມຕໍ່ດ້ານເຕັກໂນໂລຊີ ລະຫວ່າງຈີນ-ອາຊຽນ, ທັງ​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ແລະ ສ້າງ​ຜົນ​ປະ​ໂຫຍດ​ເຊິ່ງ​ກັ​ນ ​ແລະ ​ກັນລະຫວ່າງຈີນ-​ອາ​ຊຽນ ກໍຄື ຈະຊ່ວຍເສີມສ້າງສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານລະຫວ່າງຈີນ-ອາຊຽນ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງ ຈີນ-ອາຊຽນ ໃຫ້ນັບມື້ແໜ້ນແຟ້ນກວ່າເກົ່າ.