ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂອດຽນມໍ ຈັດກິດຈະກໍາຄືນກໍາໄລໃຫ້ລູກຄ້າ

Mar 12, 2024

ຕອນບ່າຍວັນທີ 11 ມີນານີ້ ບໍລິສັດໂອດຽນມໍ ສາຂາຂົວຫຼວງໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດພິທີຈັບສະຫຼາກແຈກໂຊກໃຫ່ຍ ປະຈໍາປີ 2023 ເພື່ອຄືນກຳລັງໃຫ້ລູກຄ້າ ມູນຄ່າສູງເຖິງ 100 ລ້ານກີບ ໂດຍມີ ທ່ານ ນາງ ພູລິດາ ພຣາຊໂຍທາ ກຳມະການຜູ້ຈັດການໂອດຽນມໍ ແລະ ແລະຜູ້ບໍລິຫານຂອງບໍລິສັດ ແຂກຖືກເຊີນແລະມວນຊົນເຂົ້າຮ່ວມ
ທ່ານ ນາງ ພູລິດາ ພຣາຊໂຍທາ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ເພື່ອເປັນການຂອບໃຈແລະຄືນກຳໄລໃຫ້ລູກຄ້າທີ່ເຂົ້າມາໃຊ້ບໍລິການແລະໃຫ້ຄວາມໄວ້ວາງໃຈສິນຄ້າທີ່ເປັນທີ່ຍອມຮັບທັງລູກຄ້າພາຍໃນແລະຕ່າງປະເທດສຳລັບກິດຈະກຳແຈກໂຊກໃນຄັ້ງນີ້ ຜູ້ມີສິດຮັບລຸ້ນໂຊກແມ່ນລູກຄ້າທີ່ມາຊື້ເຄື່ອງໃຊ້ໄຟຟ້າທຸກປະເພດ ຕັ້ງແຕ່ ເດືອນທັນວາ ປີ 2023 ຈົນເຖິງທ້າຍເດືອນກຸມພາ ປີ 2024 ມູນຄ່າ 500.000 ກີບ ກໍ່ຈະໄດ້ຮັບຄູປອງ 1ໃບແລະມີສິດລຸ້ນຮັບລາງວັນຈາກທາງບໍລິສັດ
ຜ່ານການຈັບສະຫຼາກຄັ້ງນີ້ ຜູ້ໂຊກດີໄດ້ຮັບລາງວັນທີ 1 ໄດ້ແກ່ ທ່ານ ສິດທິໄຊ ບຸດຕະວົງ ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບ ໂທລະພາບໂຊນີ ຂະໜາດ 75 ນິ້ວ ມູນຄ່າ 31 ລ້ານກີບ ລາງວັນທີ 2 ໄດ້ແກ່ ທ່ານ ນາງ ຈັນສີ ເທບພະຢຸ້ນ ບ້ານສີສະຫວາດ ເມືງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບ ຕູ້ເຢັນ 4ປະຕູ ຍີ່ຫໍ້ຊັບ ມູນຄ່າ 24 ລ້ານກີບ ລາງວັນທີ່ 3 ທ່ານ ນາງ ພອຍໄພລິນ ສີສຸພັນ ບ້ານຈັນສະຫ່ວາງ ເມືອງສີໂຄດຕະບອງ ໄດ້ຮັບ ເຄື່ອງຊັກຜ້າ ຮິຕາຊິ ມູນຄ່າ 10 ລ້ານກີບ ແລະລາງ ວັນ ທີ4 ທ່ານ ນາງ ນາລິນ ແສນອຸພອນ ບ້ານໂພນພະເນົາ ເມືອງໄຊເສດຖາ ຈະໄດ້ຮັບ ແອຍີ່ຫໍ້ໂຕສິບາ ມູນຄ່າ 10 ລ້ານກີບ ແລະມີລາງວັນອື່ນໆ ຕື່ມອີກ ລວມມູນຄ່າ 100 ລ້ານກີບ.