ບໍລິສັດ ໂອໂຕ ເອເຊຍ ຈຳກັດ ເຊິ່ງເປັນຕົວແທນຈຳໜ່າຍລົດຍີ່ຫໍ້ GWM ຢ່າງເປັນທາງການໃນ ສປປ ລາວ ໄດ້ຈັດພິທີນໍາສະເໜີລົດ “ALL New GWM TANK 500 HEV” ໃນວັນທີ 27 ກັນຍາ 2024 ທີ່ສູນການຄ້າພາກຊັນ, ນະຄອນຫຼວງວຽງ ຈັນ.
ທ່ານ ນາງ ສົມປະສົງ ພະສິນສັກສິດ, ຜູ້ຈັດການຝ່າຍຂາຍ ບໍລິສັດ ໂອໂຕ ເອເຊຍ ຈຳກັດ ໄດ້ນໍາສະເໜີໃຫ້ຮູ້ວ່າ: ALL New GWM TANK 500 HEV ເປັນລົດ SUV ທີ່ດີ ແລະ ສາມາດລຸຍໄດ້ທຸກເສັ້ນທາງ ທັງໃນເມືອງ ແລະ ເສັ້ນທາງທີ່ຫຍຸ້ງຍາກ ດ້ວຍເຄື່ອງຈັກກາຊວນ 2.0 ລິດ ເທີໂບ 244 ແຮງມ້າ 380 ແຮງບິດ ເຮັດວຽກຮ່ວມກັບມໍເຕີໄຟຟ້າໃຫ້ກຳລັງສູງສຸດ 106 ແຮງມ້າ 268 ແຮງບິດ ເກຍໂອໂຕ 9 Speed ໂຄງສ້າງເຮັດດ້ວຍເຫຼັກກ້າທົນແຮງດຶງສູງທີ່ຖືກອອກແບບໃຫ້ຮອງຮັບແຮງກະທົບຮອບທິດທາງ, ສັດສ່ວນການໃຊ້ເຫຼັກກ້າທົນແຮງດຶງສູງເກີນ 70% ຈຸດເດັ່ນຫຼັກຂອງ GWM TANK 500 ເປັນ SUV 7 ບ່ອນນັ່ງທີ່ຂະໜາດໂຕລົດໃຫຍ່ກວ່າໃນກຸ່ມລົດລາຄາທີ່ໃກ້ຄຽງກັນ ນອກຈາກລະບົບຂັບເຄື່ອນຄວາມແຂງແຮງຂອງໂຄງສ້າງໂຕລົດແລ້ວ ຍັງປະສົມປະສານເຕັກໂນໂລຊີການຂັບຂີ່ ເພື່ອໃຫ້ລູກຄ້າໄດ້ສຳຜັດການຂັບຂີ່ທີ່ດີ,ພ້ອມລະບົບອໍານວຍຄວາມສະດວກທີ່ທັນສະໄໝ ແລະ ລະບົບຄວາມປອດໄພຄົບຊຸດ.
GWM ເນັ້ນໃສ່ສິນຄ້າ, ເຕັກໂນໂລຍີອັດສະລິຍະ, ພະລັງງານໃໝ່, ສູນຄົ້ນຄວ້າວິໄຈ ແລະ ພັດທະນາ ຈົນກາຍມາເປັນຜະລິດຕະພັນທີ່ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນຢ່າງແທ້ຈິງ ໂດຍຈຳໜ່າຍຫຼາຍກວ່າ 65 ປະເທດທົ່ວໂລກ ເຊັ່ນ: ເອີຣົບ, ອາເມລິກາໃຕ້, ອາຊີ, ອາຣັບ, ອາຟຼິກາ ແລະ ອົດສຕາລີ ເປັນຕົ້ນ, ມີຍອດຂາຍລວມທົ່ວໂລກ ຈຳນວນ 1,231,000 ຄັນໃນປີ 2023 ແລະ GWM TANK ມີຍອດຂາຍອັນດັບ 1 ຕະຫຼາດພາຍໃນປະເທດ 39 ເດືອນຕິດຕໍ່ກັນ ແລະ ຍອດຂາຍທົ່ວໂລກຫຼາຍກວ່າ 400,000 ຄັນ.
ທ່ານ ຣາເຈນ ຫົວໜ້າບໍລິການຫຼັງການຂາຍ ບໍລິສັດ ໂອໂຕ ເອເຊຍ ຈຳກັດ ໃຫ້ຮູ້ວ່າ: ທາງບໍລິສັດມີການຮັບປະກັນພິເສດສໍາລັບ TANK HEV ເປັນເວລາ 5 ປີ/150,000 ກິໂລແມັດ ສໍາລັບລົດ ແລະ 8 ປີ/150,000 ກິໂລແມັດສໍາລັບໝໍ້ໄຟ, ພະນັກງານຂອງບໍລິສັດມີຄວາມຊໍານິຊໍານານ ແລະ ພ້ອມແລ້ວທີ່ຈະໃຫ້ບໍລິການລູກ ຄ້ານັບແຕ່ການບຳລຸງຮັກສາແບບປົກກະຕິຈົນເຖິງການສ້ອມແປງທີ່ຊັບຊ້ອນ, ຈະໃຫ້ບໍລິການທີ່ທັນເວລາ ແລະ ມີປະສິດທິຜົນ ໂດຍໄດ້ລົງທຶນໃນລະບົບຕ່ອງໂສ້ການສະໜອງທີ່ດີ ເພື່ອຮັບປະກັນດ້ານເຄື່ອງອາໄຫຼ່ ແລະ ອື່ນໆ.
ບໍລິສັດ ໂອໂຕ ເອເຊຍ ຈໍາກັດ ມີຫ້ອງວາງສະແດງລົດ ແລະ ສູນບໍລິການ ທັງຢູ່ນະ ຄອນຫຼວງວຽງຈັນ ແລະ ນະຄອນປາກເຊ, ແຂວງຈຳປາສັກ. ສໍາລັບບັນດາລູກຄ້າທີ່ສົນໃຈສາມາດເຂົ້າ ຊົມງານວາງສະແດງລົດຄັ້ງນີ້ໄດ້ທີ່ສູນການຄ້າພາກຊັນໃນລະ ຫວ່າງວັນທີ 27-29 ກັນຍາ 2024. ຖ້າຊື້ໃນງານຄັ້ງນີ້ ແມ່ນຈະໄດ້ຮັບລາຄາພິເສດໃນລາຄາ ຄັນລະ 1,46 ຕື້ກີບ.







