ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງຮຽນການທະຫານທ້ອງຖິ່ນແຂວງອັດຕະປື ປັກດຳເຂົ້ານາປີ ສຳເລັດ 5 ກວ່າເຮັກຕາ

Jul 18, 2025

ປີນີ້ ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ຜະລິດເຂົ້ານາປີ ໄດ້ໃນເນື້ອທີ່ 5 ກວ່າເຮັກຕາ, ເຊິ່ງການປັກດໍາແມ່ນເລີ່ມແຕ່ເດືອນ ມິຖຸນາ ເປັນຕົ້ນມາ ແລະ ປັດຈຸບັນການປັກດໍາແມ່ນສໍາເລັດແລ້ວ 100%
ທ່ານ ພັນຕີ ໄຊຊະນະ ໄຊຍະທ່ອນ ຫົວໜ້າພະລາໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດນຳ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫ່ຍພະລາທິການກອງທັບວາງອອກ, ໃນນີ້ ກົມກອງ ກໍ່ຄືຄະນະພັກ-ຄະນະບັນຊາ ຂອງໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ໄດ້ນຳພາ-ຊີ້ນຳ, ພະນັກງານ – ນັກຮົບພາຍໃນກົມກອງ ທໍາການຜະລິດໃນລະດູຝົນ ໂດຍສຸມໃສ່ການຜະລິດເຂົ້ານາປີ ຢ່າງເປັນຂະບວນການຟົດຟື້ນ, ເພື່ອປະຕິບັດຕາມຄໍາຂວັນທີ່ວ່າ: 4 ປູກ 4 ລ້ຽງ, ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງກົມກອງ, ທັງເປັນການປະຕິບັດຕາມທິດນຳທີ່ວ່າ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫ່ຍພະລາທິການກອງທັບວາງອອກ ເພື່ອເປັນທິດທາງໃນການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ກໍ່ຄືກົມກອງໃຫ້ນັບມື້ດີຂຶ້ນ.
May be an image of 8 people and grass May be an image of 8 people and grass
May be an image of 8 people, grass and fog
ຂ່າວ: ພຸດສະໄໝ ຮຮ ການທະຫານທ້ອງຖິ່ນ