ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງຮຽນກໍ່ສ້າງນາຍສິບເລກ1 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ).

Jan 21, 2025

ໂຮງຮຽນກໍ່ສ້າງນາຍສິບເລກ1 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ).
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ໄດ້ຈັດຂື້ນໃນວັນທີ 20 ເດືອນ ມັງກອນ ປີ 2025 ຢູ່ທີ່ເດີນຜາມໄຊຂອງໂຮງຮຽນ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ,ມີສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນ,ມີຄະນະພັກ-ຄະ ນະອຳນວຍການ,ອົງການ 5 ຫ້ອງ,4 ກອງພັນ,ຕະຫຼອດຮອດນາຍ ແລະ ພົນທະຫານ ແລະ ນັກຮຽນ ເຂົ້າຮ່ວມ.
ພິທີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ ໄດ້ກ່າວປາໃສເພື່ອທົບທວນ ຫວນຄືນເຖິງ ມູນເຊື້ອແຫ່ງການກຳເກີດ ເຕີບໃຫ່ຍຂະຫຍາຍຕົວ ແລະ ຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງຂື້ນ ແລະ ຊີ້ນຳບັນຊາໂດຍກົງ ຢູ່ເຂດຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ແລະ ບັນດາກົມກອງເອກະລາດອື່ນໆກໍ່ໄດ້ປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການ,ພໍແຕ່ສ້າງຕັ້ງຂື້ນມາກອງທັບເຮົາກໍ່ໄດ້ປະເຊີນໜ້າໂດຍກົງກັບສັດຕູທີມີກຳລັງແຮງເໜືອກວ່າ,ມີເສດຖະກິດ,ມີກຳລັງພົນ,ມີອາວຸດຍຸດໂທປະກອນທີທັນສະໄໝ ແຕ່ຍ້ອນຄວາມຫວ່ງແຫນເຂດນ້ຳແດນດິນມີນ້ຳໃຈຮັກຊາດອັນສູງສົ່ງເຄີຍມີມູນ ເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບຸລຸດ,ປະຊາຊົນລາວເຄີຍຜ່ານແປວໄຟແຫ່ງການຕໍ່ສູ້ໃນເງື່ອນໄຂທີ່ຫຸ້ຍງຍາກ ລຳ ບາກ,ບວກໃສ່ຄວາມຄຽດແຄ້ນ ຕໍ່ການສູນເສຍ ຍາດຕິ ພີ່ນ້ອງທີ່ຖືກພວກສັດຕູທໍລະມານຂ້າຕາຍ,ປະຊາຊົນລາວບັນດາເຜົ່າຈື່ງໄດ້ສົມທົບກັບກອງທັບລຸກຮືຂື້ນຕໍ່ສູ້ດ້ວຍຫຼາຍຮູບການ,ໂດຍໃຊ້ວັດຖຸພື້ນເມືອງແບບປະຖົມປະຖານຕີເອົາຊະນະສັດຕູ,ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງຕີຍິ່ງເຕີບໃຫ່ຍເຂັ້ມແຂງ ຈົນສາມາດປົດປອ່ຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ່ 2 ເດືອນ ທັນວາ ປີ 1975 ນັ້ນເປັນເຫດການສຳຄັນອັນໜື່ງ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດພາຍໄຕ້ການນຳພາຂອງພັກເຮົາ.ຕະຫຼອດໄລຍະ 76 ປີຜ່ານມາ ກອງທັບເຮົາເວລາໃດກໍ່ໄດ້ເອົາໃຈໃສ່ນຳພາ ແລະ ສຶກສາອົບຮົມກໍ່ສ້າງກອງທັບ,ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ,ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ວາງແນວທາງຍຸດທະສາດ,ຍຸດໂທບາຍຢ່າງປະດິດສ້າງ ສອດຄ່ອງກັບສະພາບການໃນແຕ່ລະໄລຍະແທດເໝາະກັບເງື່ອນໄຂ,ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ລັດ ຕໍ່ອຸດົມການສັງຄົມນິຍົມມີຄວາມສາມັກຄີແໜ້ນແຟ້ນກັບປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີກັບບັນດາປະເທດ ສັງຄົມນິຍົມຮ່ວມມືສຳພັນສູ້ຮົບກັບປະເທດເພື່ອນມິິດ. ພ້ອມນັ້ນສະຫາຍຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໃຫວຢູ່ໂຮງຮຽນກໍ່ສ້າງນາຍສິບເລກ1 ເຊິງກໍ່ແມ່ນກອງໜື່ງທີກຳເນີດເກີດຂື້ນຢູ່ໃນຊ່ວງໄລຍະທີປະເທດຊາດໄດ້ປະເຊີນໜ້າກັບການຮຸກຮານຈາກພວກຈັກກະພັດຝຣັ່ງ,ຍ້ອນຄວາມຮຽກຮ້ອງຕ້ອງການຄືດັ່ງກ່າວ ພັກ-ລັດຈຶ່ງໄດ້ຕົກລົງສ້າງໂຮງຮຽນນີ້ຂື້ນເພື່ອກໍ່ສ້າງບຸກຄະລາກອນຜູ້ທີ່ຊຳນານມີໃຫວພິບໃນການນຳພາກອງທັບ.ຕະຫຼອດໄລຍະຜ່ານມາໂຮງຮຽນໄດ້ມີບົດບາດໜ້າທີ່ສຶກສາອົບຮົມກໍ່ສ້າງນາຍສິບປະກອບໃຫ້ກອງທັບ,ມີປະຫັວດມູນເຊື້ອ ຕິດພັນກັບການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບ,ໄດ້ປະກອບສວ່ນສ້າງຜົນງານຢ່າງຫຼວງ ຫຼາຍອັນພົ່ນເດັ່ນແມ່ນ: ສ້າງນາຍທະຫານລຸ້ນສືບທອດມາແລ້ວຫຼາຍຊຸດ,ມີຫຼາຍສະຫາຍກາຍເປັນພະນັກງານບັນຊາ-ນຳພາຢູ່ທົ່ວກົມກອງໃນກອງທັບ,ຕັ້ງໜ້າເຄື່ອນໃຫວອົບຮົມຫັດແອບກໍ່ສ້າງນາຍສິບທະຫານຮາບ,ບຳລຸງການທະຫານ ຂັ້ນພື້ນຖານໄລຍະສັ້ນ,ບຳລຸງວັດທະນະທຳ ແລະ ປະສານສົມທົບກັບອົງການປົກຄອງບ້ານອອ້ມຂ້າງ ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ພັດທະນາປະເທດຊາດກໍ່ຄືກົມກອງຂອງຕົນໃຫ້ມີຄວາມຮຸ່ງເຮືອງສີວິໄລ.
ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ.