ກິດຈະກໍາວັດທະນະທໍາຈີນໃນໂຮງຮຽນທີ່ໂຮງຮຽນຊົນເຜົ່າກິນນອນແຂວງວຽງຈັນພາຍໃຕ້ການສະໜັບສະໜູນຈາກສະຖານ ທູດ ສປ ຈີນ ປະຈໍາ ສປປ ລາວໄດ້ຈັດຂື້ນເມື່ອວັນທີ 18 ມັງ ກອນນີ້,ໂດຍມີທ່ານ ຫວັງ ເຈີຫົວ ແລະ ທ່ານ ຫວັງອີ້ຟາງ ຕາງ ໜ້າສະຖານທູດຈີນປະຈຳລາວ, ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍາ ນວຍການຂົງຈືຝ່າຍລາວ, ທ່ານ ເຝິງ ກວາງຮົວ ຜູ້ອໍານວຍການຂົງຈືຝ່າຍຈີນພ້ອມດ້ວຍພະນັກງານ,ຄູອາຈານລາວ-ຈີນ ແລະນັກສຶກສາເຂົ້າຮ່ວມ 200 ກວ່າຄົນ.
ພາຍໃນງານໄດ້ມີກິດຈະກໍາການຂຽນຕົວໜັງສືຈີນ, ການ ຕັດເຈ້ຍ, ການຮ້ອງເພງຈີນ, ການໂຍນບ້ວງເອົາລາງວັນຢ່າງເປັນຂະບວນຟົດຟື້ນ.ນອກຈາກນັ້ນທາງສະຖາບັນຂົງຈືຍັງໄດ້ມອບເງິນ,ອຸປະກອນການກິລາ, ອຸປະກອນການຮຽນການສອນໃຫ້ແກ່ຄູອາຈານ ແລະ ນ້ອງໆນັກຮຽນຂອງໂຮງຮຽນຊົນເຜົ່າກິນນອນແຂວງວຽງຈັນເປັນມູນຄ່າ 20 ລ້ານກີບ.
ສະຖາບັນຂົງຈືໄດ້ສ້າງຫ້ອງຮຽນຂົງຈືທີ່ໂຮງຮຽນຊົນເຜົ່າກິນນອນແຂວງວຽງຈັນ,ເຊິ່ງໄດ້ຈັດຄູອາຈານຈີນໄປປະຈໍາສິດສອນພາສາຈີນໃຫ້ນັກຮຽນຊົນເຜົ່າທີ່ຫ່າງໄກສອກຫຼີກ ແລະ ຂາດໂອກາດ, ພ້ອມທັງໄດ້ຈັດສັນງົບປະມານຊ່ວຍເຫຼືອໃນແຕ່ລະປີເພື່ອໃຫ້ນັກຮຽນໄດ້ມີໂອກາດຮຽນແລະສໍາພັດກັບວັດທະ ນະທໍາຈີນ.
ຂ່າວ: ສະຖາບັນຂົງຈື ມຊ






