ພິທີມອບ-ຮັບ ອາຄານຮຽນ ໂຮງຮຽນປະຖົມນໍ້າແຫ້ງ ເມືອງສົບເບົາ ແຂວງຫົວພັນ ຈັດຂຶ້ນໃນວັນທີ 13 ມັງກອນ 2025 ຜ່ານມາ ຕາງໜ້າມອບໂດຍ ທ່ານ ຊານ ຈາກເມືອງຄາບອນເດລ ປະເທດການາດາ ໃນນາມຜູ້ໃຫ້ທຶນ ແລະ ຕາງໜ້າຮັບໂດຍ ທ່ານ ວິໄລສັກ ແກ້ວລາພອນ ຄະນະປະຈຳພັກເມືອງ ເພື່ອມອບຕໍ່ໃຫ້ຫ້ອງການ ສຶກສາທິການ ແລະ ກິລາເມືອງ, ອຳນາດການປົກຄອງບ້ານ ແລະ ຜູ້ບໍລິຫານໂຮງຮຽນ ເປັນຜູ້ນຳໃຊ້ ໃຫ້ເກີດປະໂຫຍດສູງສຸດ.
ທ່ານ ໂອຟາດ ດວງສຸວັນ ຜູ້ຮັບເໝົາກໍ່ສ້າງໂຮງຮຽນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານໂຮງຮຽນ ປະຖົມນໍ້າແຫ້ງ ເມືອງສົບເບົາ ຫລັງໃໝ່ ໄດ້ເລີ່ມມາແຕ່ເດືອນ ພະຈິກ 2024 ສຳເລັດ 100% ໃນເດືອນທັນວາ 2024 ໂດຍໃຊ້ເວລາ 1 ເດືອນກວ່າ ໃນການກໍ່ສ້າງ ໂດຍແມ່ນມູນນິທິຊານ ເພື່ອເດັກນ້ອຍລາວ ຈາກເມືອງຄາບອນເດລ (AIDEDS-IARNSC) ປະເທດການາດາ ແລະ ທ່ານ ພູແກ້ວ ວົງສຸທິ ຈາກ ແຄນແທຣວ ເມດິຄໍ ຄີຣນິກ ຈາກລັດຟລໍລິດາ ໃຫ້ການຊ່ວຍເຫລືອ ລວມມູນຄ່າທັງໝົດ 565 ລ້ານກີບ, ຊຶ່ງເປັນອາຄານຊັ້ນດຽວ ກໍດ້ວຍດິນບັອກ, ຫລັງຄາມຸງດ້ວຍອາລູຊິງ, ຂະໜາດ 8×28 ແມັດ ປະກອບມີ 4 ຫ້ອງຮຽນ, ຫ້ອງນໍ້າ 1 ຫລັງ ຍິງ-ຊາຍ 4×8 ແມັດ, ໂຕະ+ຕັ່ງ, ກະດານດຳ ແລະ ຕູ້ໃສ່ເອກະສານຂອງຄູ.





