ໂຮງຮຽນປະຖົມສຶກສາ 3 ເມືອງ ພາຍໃນ ແຂວງຫຼວງນ້ຳທາ ໄດ້ ຮັບການຊ່ວຍເຫຼືອສືການຮຽນ-ການສອນ
ໂຮງຮຽນປະຖົມສຶກສາ ໃນ 3 ເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຫຼາຍທີ່ສຸດ ໃນແຂວງຫຼວງນໍ້າທາ ຈະໄດ້ຮັບ ປຶ້ມແບບຮຽນ ຈໍານວນ 7.740 ຫົວ ແລະ ປຶ້ມຄູ່ມືຄູ ຈໍານວນ 1.530 ຫົວ ເພື່ອທົດແທນສື່ການຮຽນ-ການສອນ ຂັ້ນ ປ1 ຫາ ປ5 ທີ່ເສຍຫາຍຈາກນໍ້າຖ້ວມ.

ເມື່ອບໍ່ດົນຜ່ານມາ ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກ ຄະລັດຖະທູດອົດສະຕຣາລີ ຄົນໃໝ່ ປະຈຳລາວ ແລະ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາ ແລະ ກີລາ ໄດ້ຮ່ວມພິທີມອບຮັບເຄື່ອງທີ່ສະໜັບສະໜູນໂດຍອົດສະຕຣາລີ ທີ່ໂຮງພິມກະຊວງສຶກສາທິການ ແລະ ກີລາ ເພື່ອມອບປື້ມຕຳລາຮຽນໃຫ້ແກ່ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງນໍ້າທາ ເພື່ອມອບຕໍ່ໃຫ້ໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ.
ທ່ານ ສຳລານ ພັນຄະວົງ ໄດ້ກ່າວວ່າ: ກະຊວງ ສສກ ແລະ ອົງການການປົກຄອງແຂວງ ໄດ້ເລັ່ງແກ້ໄຂຜົນກະທົບຫຼັງຈາກໄພນ້ຳຖ້ວມຄັ້ງຜ່ານມາ ເພື່ອໃຫ້ນັກຮຽນສາມາດກັບມາຮຽນຄືນ ແຕ່ໄພນ້ຳຖ້ວມໄດ້ເຮັດໃຫ້ປຶ້ມ ແລະ ເອກະສານເສຍຫາຍຢ່າງ ປັດຈຸບັນແມ່ນການທົດແທນປຶ້ມແບບຮຽນເພື່ອໃຫ້ຫ້ອງຮຽນສາມາດກັບຄືນມາສືບຕໍ່ການຮຽນ-ການສອນໄດ້ ຂອບໃຈລັດຖະ ບານອົດສະຕຣາລີ ທີ່ໄດ້ໃຫ້ການສະ ໜັບສະໜູນແກ່ຂະແໜງ ການສຶກສາຢ່າງຕໍ່ເນື່ອງ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກທີ່ເກີດຈາກໄພທຳມະຊາດກໍ່ຕາມ ແຕ່ການສຶກສາຈຳເປັນຕ້ອງໄດ້ດຳເນີນຕໍ່ໄປ.
ທ່ານ ນາງ ເບັນນິຕາ ຊໍາເມີວິວ ກ່າວວ່າ: ຮູ້ສຶກດີໃຈ ເຫັນປຶ້ມຖືກຈັດພິມອອກ ແລະ ກະກຽມສົ່ງໄປແຂວງຫຼວງນ້ຳທາ ເພື່ອຮັບປະກັນໃຫ້ຄູສອນສາມາດສອນນັກຮຽນ ແລະ ນັກຮຽນສາມາດສືບຕໍ່ການຮຽນໄດ້ ລັດຖະບານອົດສະຕຣາລີ ມີການຮ່ວມມືໄລຍະຍາວກັບລັດຖະບານ ສປປ ລາວ ເພື່ອຮັບປະກັນການສຶກສາປະຖົມສຶກສາທີ່ມີຄຸນນະພາບ ໃຫ້ສາມາດເຂົ້າເຖິງນັກຮຽນທຸກຄົນ ພ້ອມໃຫ້ການສະໜັບສະໜູນກະຊວງ ສສກ ແຈກຢາຍສື່ການຮຽນສຳລັບທຸກຂັ້ນຮຽນຂອງປະຖົມສຶກສາ ເຊັ່ນດຽວກັບຄັ້ງນີ້ ແລະ ຈະຮ່ວມມືກັບກະຊວງ ສສກ ເພື່ອວາງແຜນການທົດແທນສື່ການຮຽນ-ການສອນທີ່ສູນເສຍໃນທົ່ວທຸກເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.
ຜົນກະທົບຈາກໄພພິບັດຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ຄູ ແລະ ນັກຮຽນໃນປະຖົມຈຳນວນ 1.800 ຄົນ ໃນ 17 ໂຮງຮຽນ ຢູ່ເມືອງຫຼວງນ້ຳທາ ນາແລ ແລະ ເມືອງສິງ ປຶ້ມແບບຮຽນ ສື່ການຮຽນ-ການສອນ ໂຕະ ຄອມພີວເຕີ ເຄື່ອງທົດລອງ ແລະ ຕູ້ນ້ຳດື່ມໄດ້ຮັບຄວາມເສຍຫາຍໜັກບໍ່ສາມາດສ້ອມແປງໄດ້.
ອຸປະກອນການຮຽນທີ່ລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນຄັ້ງນີ້ ຄື: ການຈັດຊື້ປຶ້ມແບບ ຮຽນ 7.740 ຫົວ ແລະ ປຶ້ມຄູ່ມືຄູ 1.530 ຫົວ ເປັນມູນຄ່າລວມ 330.632.400 ກີບ ສື່ການຮຽນ-ການສອນດັ່ງກ່າວຈະຖືກສົ່ງໃຫ້ໂຮງຮຽນປະຖົມສຶກສາ ໃນບັນດາເມືອງທີ່ໄດ້ຮັບຜົນກະທົບຄັ້ງນີ້.
ທີ່ມາ: ໜັງສືພິມສຶກສາທິການ ແລະ ກິລາ




