ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030, ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນນັກຮຽນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດຕໍ່ສຸຂະພາບ.

ທ່ານ ນາງ ສຸກສະໝອນ ອ້ວນພົງຈະເລີນ ຮອງຜູ້ອໍານວຍການໂຮງຮຽນປະຖົມບ້ານແກ້ງກຸ່ມ ໃຫ້ສໍາພາດໃນໂອກາດທີ່ທີມງານອົງການອາຫານໂລກ ແລະ ສື່ມວນຊົນລົງເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມດັ່ງກ່າວໃນວັນທີ 16 ທັນວາ 2025 ວ່າ: ອົງການອາຫານໂລກໄດ້ເຂົ້າມາຊ່ວຍເຫຼືອສໍາລັບອາຫານທ່ຽງໃຫ້ໂຮງຮຽນປະຖົມບ້ານແກ້ງກຸ່ມເລີ່ມແຕ່ປີ 2021 ມາເຖິງປັດຈຸບັນ. ຜ່ານມາປະຊາຊົນ ຍັງບໍ່ເຂົ້າໃຈກ່ຽວກັບການປຸງແຕ່ງອາຫານ ແຕ່ປັດຈຸບັນນີ້ ມີຄວາມເຂົ້າໃຈກ່ຽວກັບໂຄງການອາຫານທ່ຽງຫຼາຍຂຶ້ນ ເຮັດໃຫ້ອັດຕາປາລະການຮຽນຂອງນັກຮຽນຫຼຸດລົງ. ປັດຈຸບັນນັກຮຽນ ມາໂຮງຮຽນເປັນປົກກະຕິບໍ່ຂາດການຮຽນ. ການສະໜັບສະໜູນຂອງອົງການ WFP ໃນໂຄງການອາຫານທ່ຽງມີ:ເຂົ້າທີ່ເສີມວິຕາມິນ, ປາກະປ໋ອງ, ນໍ້າມັນພືດ ແລະ ອາຫານ ຈໍານວນໜຶ່ງ ທີ່ໄດ້ຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານ. ປັດຈຸບັນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມມີນັກຮຽນທັງໝົດ 90 ກວ່າຄົນ, ຍິງ 50 ກວ່າຄົນ.



