ໂຮງຮຽນປະຖົມສົມບູນຫ້ວຍສະເຫງົ້າ ໄດ້ຮັບປື້ມແບບຮຽນຈາກໂຄງການອົງການພັດທະນາສາກົນປະເທດສະຫະລັດອາເມລິກາ
ພິທີມອບຮັບປື້ມແບບຮຽນຊັ້ນປະຖົມສຶກສາໃຫ້ນັກຮຽນຊັ້ນປ1 ແລະ ປ2 ຂອງໂຮງຮຽນປະຖົມສົມບູນຫ້ວຍສະເຫງົ້າ ເມືອງວັງວຽງຈັດຂຶ້ນໃນ ວັນທີ 29 ກຸມພາຜ່ານມານີ້, ທີ່ເດີ່ນໂຮງຮຽນປະຖົມສົມບູນຫ້ວຍສະເຫງົ້າ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແສັດເຕີ ວາເຮຍອາວາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ, ພ້ອມດ້ວຍ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ແຂວງ, ເມືອງ ອົງການຊ່ວຍເຫລືອເດັກສາກົນປະຈໍາລາວ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນດັ່ງກ່າວ.

ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສືກສາທິການ ແລະ ກິລາມີຄໍາເຫັນວ່າ: ໂຄງການຮຽນອ່ານແມ່ນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານພັດທະນາການສຶກສາຂັ້ນພື້ນຖານ, ຊຶ່ງອົງການຊ່ວຍເຫຼືອເດັກສາກົນປະຈຳລາວໄດ້ຮັບທຶນ 1.420.000 ກວ່າໂດລາສະຫະລັດ, ເປັນທຶນຊ່ວຍເຫຼືອລ້າຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫລື USAID ເພື່ອພິມປຶ້ມແບບຮຽນຄື: ວິຊາພາສາລາວ ແລະ ວິຊາວິທະຍາສາດ, ໂລກອ້ອມຕົວ ສຳລັບຊັ້ນປ1 ແລະ ປ2. ເພື່ອເດັກນ້ອຍນັກຮຽນທີ່ຈະມີປຶ້ມແບບຮຽນເປັນຂອງຕົນເອງສາມາດເອົາໄປໂຮງຮຽນ ແລະ ມີປຶ້ມຮຽນຢູ່ເຮືອນໄດ້ດ້ວຍຕົນເອງ. ຊຶ່ງຈະເປັນການສົ່ງເສີມດ້ານການອ່ານ ແລະ ຮຽນຮູ້ກ່ຽວກັບລະເບີດທີ່ຍັງບໍ່ທັນແຕກ. ສະນັ້ນກະຊວງສຶກສາທິການ ແລະ ກິລາ, ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດຮ່ວມກັບອົງການຊ່ວຍເຫຼືອເດັກສາກົນປະຈໍາລາວໄດ້ມີແຜນຄາດຄະເນກິດຈະກຳ ແລະ ງົບປະມານພິມປຶ້ມຈໍານວນ 700.000 ຫົວ ເພື່ອຕອບສະໜອງໃຫ້ 148 ບັນດາເມືອງໃນຂອບເຂດທົ່ວປະເທດ, ເຊຶ່ງຕະຫລອດຜ່ານມາ ພັກ ແລະ ລັດຖະບານລາວ ຍາມໃດກໍຖືເອົາການສຶກສາເປັນນະໂຍບາຍ ທີ່ສໍາຄັນ ແລະ ເດັກເປັນໜໍ່ແໜງເປັນກ້ອນທຶນອັນປະເສີດຂອງຊາດເຊິ່ງປັດຈຸບັນກຳລັງດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດໂດຍໄດ້ເນັ້ນການປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຕິດພັນກັບແຜນພັດທະນາເສດຖະກິດຂອງລາວ ເພື່ອສືບຕໍ່ໃຫ້ບັນລຸເປົ້າໝາຍສະຫະຕະວັດເພື່ອການພັດທະນາ ຫລື MDGsແລະ ສານຕໍ່ເປົ້າໝາຍໃນການ ພັດທະນາແບບຍືນຍົງ ຫລື SDGsໂດຍສະເພາະເປົ້າໝາຍ 4 ທີ່ເນັ້ນວ່າ ຮັບປະກັນການສຶກສາໃຫ້ມີຄຸນນະພາບ, ເທົ່າທຽມກັນ ແລະ ທົ່ວເຖິງ ແລະ ສົ່ງເສີມການຮຽນຮູ້ຕະລອດຊີວິດສໍາລັບໝົດທຸກຄົນ.
ໂຄງການຮຽນອ່ານ ມີໄລຍະເວລາ 7 ປີ, ມີງົບປະມານທັງໝົດ 30 ລ້ານໂດລາສະຫະລັດທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ໃນການຈັດຕັ້ງປະຕິບັດໂດຍອົງ ການຊ່ວຍເຫຼືອເດັກສາກົນ, ອົງການຣູມທູຣີດ, ແລະ ອົງການມະນຸດສະທຳ ແລະການມີສ່ວນຮ່ວມໃນໄລ ຍະ 5 ປີຜ່ານມາ, ໂຄງການຮຽນອ່ານ ໄດ້ສະໜັບສະໜູນໂຮງຮຽນລັດທັງໝົດ16ເມືອງເປົ້າໝາຍໃນ ແຂວງ ອັດຕະປື, ຈຳປາສັກ, ວຽງຈັນ ແລະ ແຂວງ ຊຽງຂວາງ, ໂຄງການດັ່ງກ່າວແລະ ແຈກຢາຍອຸ ປະກອນການຮຽນການສອນແບບຮຽນຮ່ວມ ແລະ ເໝາະສົມກັບໄວອາຍຸຫຼາຍກວ່າ1 ລ້ານ 2 ແສນຊຸດ ໃຫ້ແກ່ນັກຮຽນຫຼາຍກວ່າ 61.000 ຄົນ ໃນ 921 ໂຮງຮຽນ, ປື້ມຈຳນວນທັງໝົດຍັງໄດ້ສ້າງໃຫ້ຢູ່ໃນຮູບແບບວິດີໂອພາສາມື ແລະ ສຽງເວົ້າສໍາລັບເດັກນ້ອຍທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນ ແລະເບິ່ງເຫັນ. ໃນໄລຍະ 2 ປີຕໍ່ໜ້າ, ໂຄງການຮຽນອ່ານຈະແຈກຢາຍປື້ມແບບຮຽນໃຫ້ນັກຮຽນໂດຍກົງປະມານ 285.000ຄົນ ໃນ 18 ແຂວງທົ່ວປະເທດລາວ.
ຂ່າວ: ບຸນຍັງ ພຸດສະຫວັດ





