ໃນວັນທີ 1 ກຸມພາ 2025, ຢູ່ທີ່ໂຮງຮຽນປະຖົມສົມບູນຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ທຶນຊຸກຍູ້ ແລະ ອຸປະກອນການຮຽນ-ການສອນຢ່າງເປັນທາງການ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, Miss GWAK JEONG SUN ປະທານສະໂມສອນ Rotary Jin-geon, District 3600 ຂອງ Rotary International ຕາງໜ້າທີມງານຈາກ ສ ເກົາຫຼີ, ທ່ານ ສົມພາວັນ ຫອມສົມບັດ ນາຍບ້ານໆຫ້ວຍເລິກ, ມີທີມງານຈາກ ສ ເກົາຫຼີ, ພະນັກງານຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອໍານວຍການໂຮງຮຽນ, ຄູສອນ, ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມທັງໝົດ 250 ກວ່າຄົນ, ຍິງ 150 ກວ່າຄົນ.
ໃນພິທີ ໄດ້ຮັບຟັງການບົດລາຍງານສະພາບໂດຍຫຍໍ້ຂອງໂຮງຮຽນ, ຈາກນັ້ນ, ທີມງານ ຈາກ ສ ເກົາຫຼີ ໄດ້ແນະນໍາຕົນເອງ ແລະ ມອບທຶນ ແລະ ອຸປະກອນຊຸກຍູ້ ເຊັ່ນ: ຕິດພັດລົມ 10 ໜ່ວຍ, ຕິດເພດານດ້ານນອກຫ້ອງປະຖົມ, ທາສີໂຮງຮຽນ, ໂຕະ-ຕັ່ງ 10 ຊຸດ, ປ່ຽນສັງກະສີໂຮງຮຽນອະນຸບານ 250 ແຜ່ນ, ມອບຜ້າເຊັດໜ້າໃຫ້ປະຊາຊົນ 60 ຜືນ, ມອບຊຸດກັນໜາວ 200 ຜືນ, ຄອມພີວເຕີ້ ( ໂນດບຸກ ) 1 ໜ່ວຍ, ແຟ້ມເຊັນເອກະສານ 1 ຊຸດ, ບິກ 300 ກ້ານ, ສໍສີ 200 ກັບ ແລະ ປື້ມຂຽນຈໍານວນ 500 ຫົວ ລວມມູນຄ່າທັງໝົດ 100,000,000 ກີບ.
ໂອກາດນີ້, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍໃຫ້ ທີມງານ ຈາກ ສ ເກົາຫຼີ ຕື່ມອີກ.
ຂ່າວ: ແກ່ນທ້າວ






