ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຫວນຄືນມູນເຊື້ອແນວລາວສ້າງຊາດ ຄົບຮອບ 75 ປີ.

Aug 22, 2025

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຫວນຄືນມູນເຊື້ອແນວລາວສ້າງຊາດ ຄົບຮອບ 75 ປີ.
ວັນທີ 19 ສິງຫາ 2025 ນີ້ ທີ່ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ເປັນກຽດປາຖະກະຖາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີ ທ່ານ ພັອ ປອ ສະແຫວງ ແດນນາມົນ ຫົວໜ້າການເມືອງ ແລະ ທ່ານ ພັອ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ, ມີນາຍ ແລະ ພົນທະຫານ, ຄູອາຈານ ແລະ ນ້ອງນັກຮຽນ ຂອງໂຮງຮຽນດັ່ງກ່າວ ເຂົ້າຮ່ວມ.
ທ່ານ ປະທານສູນກາງແນວລາວສ້າງຊາດ ຫວນຄືນມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 75 ປີ ທີ່ຜ່ານມາໂດຍຫຍໍ້ວ່າ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ເປີດກວ້າງການເຕົ້າໂຮມກຳລັງການປະຕິວັດ, ເປີດກວ້າງກຳລັງມະຫາສາມັກຄີທົ່ວວົງຄະນະຍາດແຫ່ງຊາດ ແນວລາວອິດສະຫຼະ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 13 ສິງຫາ 1950 ໂດຍຜ່ານ 3 ໄລຍະປະຫວັດສາດຄື: ໄລຍະທີ 1 ເອີ້ນຊື່ວ່າ ແນວລາວອິດສະຫຼະ ແຕ່ປີ 1950-1956 ເຊິ່ງເປັນໄລຍະຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ; ໄລຍະທີ2 ແຕ່ປີ 1956-1979 ປ່ຽນຊື່ເອີ້ນ ຈາກແນວລາວອິດສະຫຼະມາເປັນ ແນວລາວຮັກຊາດ, ໄລຍະນີ້ແມ່ນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ທີ່ມີກໍາລັງພົນໃຫຍ່ໂຕ ມີອາວຸດຍຸດໂທປະກອນທັນສະໄໝ ແລະ ໄລຍະທີ3 ແຕ່ປີ 1979-ປັດຈຸບັນ ເອີ້ນວ່າ ແນວລາວສ້າງຊາດ; ຕະຫຼອດໄລຍະ ດັ່ງກ່າວ ແນວລາວສ້າງຊາດໄດ້ ສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ 11 ຄັ້ງແລ້ວ ແລະ ຜົນງານຕະຫຼອດ 75 ປີຜ່ານມາ ພົ້ນເດັ່ນ ແຕ່ລະໄລຍະແນວລາວສ້າງຊາດ ໄດ້ປະຕິບັດບົດບາດເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ປຸກລະດົມກໍາລັງແຮງຈາກປະຊາຊົນລາວບັນດາເຜົ່າແຕ່ເໜືອເຖິງໃຕ້ ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໃຫ້ເປັນໜຶ່ງດຽວ ລຸກຂຶ້ນຕໍ່ສູ້ຕ້ານສັດຕູ ທັງແບບເກົ່າແບບໃໝ່ ຈົນໄດ້ຮັບໄຊຊະຈາກບັ້ນຮົບນ້ອຍ-ໃຫຍ່ ເປັນກ້າວໆມາ ຮອດວັນທີ 2 ທັນວາ 1975 ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ຈາກນັ້ນມາ ແນວລາວສ້າງຊາດແຕ່ລະຂັ້ນທົ່ວປະເທດ ກໍສືບຕໍ່ປະຕິບັດບົດບາດເຕົ້າໂຮມຄວາມສາມັກຄີ, ສືກສາອົບຮົມປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນຕ່າງໆ ນັບທັງພີ່ນ້ອງເຊື້ອສາຍລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຮອບ ດ້ານຕາມແນວທາງນະໂຍບາຍຂອງພັກແຕ່ລະໄລຍະ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາເປັນກ້າວໆມາ ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍດີຂຶ້ນ.
ທ່ານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ມອບຄອມພິວເຕີ 4 ໜ່ວຍ, ໂປຼເຈັກເຕີ 4 ໜ່ວຍ, ຈັກຕັດຫຍ້າ 3 ເຄື່ອງ ແລະ ໂຕະ-ຕັ່ງໃນຫ້ອງຮຽນ ຈຳນວນ 200 ຊຸດ ລວມເປັນມູນຄ່າທັງໝົດ 300 ລ້ານກີບໃຫ້ໂຮງຮຽນ ເພື່ອນຳໄປໝູນໃຊ້ເຂົ້າໃນການສອນ-ການຮຽນ ແລະ ໄປຢ້ຽມຢາມການພັດທະນາພື້ນຖານໂຄງລ່າງຂອງໂຮງຮຽນ ຕື່ມອີກ.
ຂ່າວ+ພາບ: ຂ່າວສານແນວໂຮມ ສນຊ