ທ່ານ ສົມພອນ ສອນດາລາ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 4 ຕຸລາ 2024 ວ່າ: ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນ ພາຍໃນ 5 ເມືອງຂອງນະຄອນຫລວງວຽງຈັນ ຄື: ຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ, ໄຊເສດຖາ ແລະ ໄຊທານີ ລວມທັງໝົດ 602 ຕ້ອງພັກການຮຽນ-ການສອນໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024.
ທ່ານ ກ່າວວ່າ: ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໄດ້ອອກແຈ້ງການ 2 ຄັ້ງເພື່ອໃຫ້ໂຮງຮຽນທັງພາກລັດ ແລະ ເອກະຊົນພາຍໃນ 5 ຕົວເມືອງດັ່ງກ່າວພັກຮຽນ ຄື: ຄັ້ງທີ 1 ມີສະຖານບັນການສຶກສາຕ້ອງພັກການຮຽນ-ການສອນ ຈໍານວນ 497 ແຫ່ງ, ຕໍ່ມາໄດ້ອອກແຈ້ງການເພີ່ມເຕີມເປັນຄັ້ງທີ 2 ໃນນີ້ ລວມມີ: ສູນການສຶກສານອກໂຮງຮຽນ ຈໍານວນ 91 ສູນ ແລະ ໂຮງຮຽນນານາຊາດ ລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມສຶກສາ ຈຳນວນ 14 ແຫ່ງ.
ບັນດາສະຖາບັນການສຶກສາທີ່ຕ້ອງພັກຮຽນທັງໝົດ, ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໄດ້ມອບໃຫ້ຜູ້ບໍລິຫານການສຶກສາຂອງແຕ່ລະສະ ຖາບັນ ກໍຄື ແຕ່ລະໂຮງຮຽນ ເປັນເຈົ້າການອະທິບາຍໃຫ້ຜູ້ປົກຄອງນັກຮຽນ ແລະ ຄູ-ອາຈານຮັບຮູ້ເຂົ້າໃຈກ່ຽວກັບຄວາມຈໍາເປັນທີ່ຕ້ອງພັກການຮຽນ-ການສອນ, ຂະນະດຽວກັນ ຕ້ອງກະກຽມສອນທົດແທນຄືນ ໂດຍອີງໃສ່ເງື່ອນໄຂເໝາະສົມຂອງແຕ່ລະສະຖາບັນການສຶກສາ, ໃນນີ້ ບາງສະຖາບັນທີ່ມີຄວາມພ້ອມອາດມີການສອນທາງອອນລາຍໃນໄລຍະທີ່ມີການພັກຮຽນ, ບາງໂຮງຮຽນທີ່ບໍ່ມີຄວາມພ້ອມອາດຈະມີການສອນທົດແທນຄືນພາຍຫລັງກັບມາເຂົ້າຮຽນປົກກະຕິ ໂດຍການສັບຊ້ອນຮຽນຄືນໃນຊົ່ວໂມງທີ 7 ຫລື ຮຽນຄືນວັນເສົາ ຕາມເງື່ອນໄຂທີ່ເໝາະສົມຂອງແຕ່ລະໂຮງຮຽນ ເພື່ອໃຫ້ທັນກັບຫລັກສູດການຮຽນ-ການສອນ.



