ວັນທີ 3 ມັງກອນ 2025, ກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ນໍາໂດຍທ່ານ ນາງ ວຽງສະໄໝ ສູນນະລາດ ປະທານກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ພ້ອມຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ໂຮງຮຽນ 3 ແຫາງ ພາຍໃນເມືອງໂຂງ ຄື: ໂຮງຮຽນປະຖົມບ້ານຫີນສິ່ວ, ໂຮງຮຽນອະນຸບານກາງໂຂງ ແລະ ໂຮງຮຽນມັດທະຍົມສົມບູນ (ມສ) ໂຂງ.
ພິທີມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໂຂງ
ທ່ານ ນາງ ວຽງສະໄໝ ສູນນະລາດ ປະທານກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ມີຄໍາເຫັນວ່າ: ເຄື່ອງທີ່ນໍາມາມອບຄັ້ງນີ້ ມີພັດລົມ, ອຸປະກອນກິລາ, ເຄື່ອງນຸ່ງ, ໂຕະນ້ອຍ ສໍາລັບເດັກອະນຸບານ, ນົມກ່ອງ ແລະ ເຂເຂົ້າໜົມ ເພື່ອປະກອບສ່ວນຊ່ວຍເຫຼືອຊຸກຍູ້ສົ່ງເສີມໂຮງຮຽນ ແລະ ລູກຫຼານນັກຮຽນ ໃຫ້ມີອຸປະກອນການຮຽນ - ການສອນຮັບໃຊ້, ສາມາດພັດທະນາ“
ຂ່າວ: ທູນທອງໃຈ
ພາບ: ມະໂນລັດ ອິນທິວົງ






