ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງໝໍມະໂຫສົດ-ໂຮງໝໍຟູວ້າຍ ຮ່ວມມືຍົກລະດັບຄຸນນະພາບດ້ານການແພດ

May 27, 2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ໂຮງໝໍມະໂຫສົດ ແລະ ໂຮງໝໍສູນຫົວໃຈ-ເສັ້ນເລືອດ ຟູວ້າຍ ຈັດຂຶ້ນວັນທີ 26 ພຶດສະພາ 2025 ທີ່ໂຮງໝໍມະໂຫສົດ ລົງນາມໂດຍທ່ານ ດຣ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ແລະ ທ່ານ Lu Jiang ຮອງຜູ້ອໍານວຍການ ໂຮງໝໍສູນຫົວໃຈ-ເສັ້ນເລືອດ ຄຸນໜິງ ສປ ຈີນ ໂດຍມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານນາງ ຫຼີ ສີຈິນ ທີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາລາວ ມີບັນດາທ່ານ ຫົວໜ້າຫ້ອງການກະຊວງ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຄະນະອໍານວຍການໂຮງໝໍ ຫົວໜ້າສູນຫົວໃຈ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້ ທ່ານ ດຣ ຊູຊາດ ວົງພະຈັນ ກ່າວວ່າ: ການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ຖືໄດ້ວ່າເປັນການສືບຕໍ່ເຊັນສັນຍາການຮ່ວມມືດ້ານວິຊາການ ຄັ້ງທີ 2 (2025-2029) ໃນນາມຂອງຄະນະພັກ-ຄະນະນໍາ ແລະ ພະນັກງານຂອງໂຮງໝໍມະໂຫສົດ ເຫັນວ່າການຮ່ວມມືລະຫວ່າງທັງສອງໂຮງໝໍ ໃນລະດັບວິຊາການ ຍົກລະດັບຄຸນນະພາບດ້ານການແພດ ການປິ່ນປົວຄົນເຈັບ ການປ້ອງກັນ ແລະ ສົ່ງເສີມສຸຂະພາບ ຕະຫຼອດຈົນເຖິງການຄົ້ນຄວ້າວິທະຍາສາດທາງການແພດໃຫ້ທັນສະໄໝ ແລະ ມີປະສິດທິພາບສູງ ໂດຍສະເພາະວຽກງານການຜ່າຕັດ ແລະ ການສວນຫົວໃຈໃນເດັກ ທີ່ມີບັນຫາພະຍາດຫົວໃຈພິການມາແຕ່ກຳເນີດ ເປັນການຮ່ວມມືດ້ານວິຊາການ ທີ່ມີຄວາມໝາຍຄວາມສໍາຄັນ ເປັນປະໂຫຍດສູງສຸດ ໃຫ້ແກ່ຄົນເຈັບ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ເພື່ອຊ່ວຍເຫຼືອຄົນເຈັບທີ່ທຸກຍາກໃນຂອບເຂດທົ່ວປະເທດ ລວມທັງການສະໜອງຢາ ອຸປະກອນການແພດທີ່ຈໍາເປັນ ເຊິ່ງໄດ້ເລີ່ມແຕ່ ປີ 2019 ເປັນຕົ້ນມາ ພາຍຫຼັງໄດ້ເຊັນສັນຍາ MOU ຮ່ວມກັນ ໃນວັນທີ 23 ເມສາ 2019 ແຕ່ຍ້ອນການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ຈຳເປັນຕ້ອງໄດ້ຢຸດການເຄື່ອນໄຫວກິດຈະກຳຮ່ວມກັນ ໃນໄລຍະໜຶ່ງ.
ການຮ່ວມມືຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມມືໃນລະດັບວິຊາການເທົ່ານັ້ນ ແຕ່ມັນຫາກຍັງສະທ້ອນໃຫ້ເຫັນເຖິງ ສາຍພົວພັນການຮ່ວມມືອັນເລິກເຊິ່ງ ຂອງທັງສອງພັກ-ສອງລັດ ໃນການພັດທະນາວຽກງານດ້ານສາທາລະນະສຸກ ແລະ ຄົ້ນຄ້ວາວິທະຍາສາດການແພດ ທີ່ເປັນປະໂຫຍດຕໍ່ປະຊາຊົນຂອງທັງສອງປະເທດ ຢ່າງຕໍ່ເນື່ອງ ແລະ ຂະຫຍາຍຂອບເຂດຂອງການຮ່ວມມືໄປສູ່ດ້ານອື່ນໆ ເຊັ່ນ: ການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ ເຄື່ອງຈັກ ແລະ ອຸປະກອນການແພດ ຕະຫຼອດຮອດການຄົ້ນຄວ້າວິທະຍາສາດທາງການແພດ.
ການຊ່ວຍເຫຼືອຄັ້ງນີ້ ຈະເປັນການຮັດແໜ້ນສາຍພົວພັນການຮ່ວມມື ຂອງທັງສອງປະເທດ ພາຍໃຕ້ຄູ່ຮ່ວມຊະຕາກຳດຽວກັນ ໂດຍສະເພາະແມ່ນ ການພັດທະນາວຽກງານການແພດ ຂອງ ສປປ ລາວ ອີກດ້ານໜຶ່ງ ໂດຍສະເພາະດ້ານພະຍາດຫົວໃຈ-ເສັ້ນເລືອດ ໃນໂຮງໝໍມະໂຫສົດ ເປັນການຊ່ວຍເຫຼືອປະຊາຊົນລາວ ທີ່ເປັນພະຍາດຫົວໃຈ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ລັດຖະບານແຫ່ງ ສປ ຈີນ ແລະ ໂຮງໝໍຟູວ້າຍ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ເປັນຫ່ວງເປັນໄຍ ປະຊາຊົນລາວ ດ້ວຍດີຕະຫຼອດມາ.
ທີ່ມາ: ວຽງຈັນໃໝ່