ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງໝໍສູນກາງ 103 ກອງທັບ ສຳເລັດຊຸດອົບຮົມວຽກງານພະຍາບານ

May 13, 2025

ໂຮງໝໍສູນກາງ 103 ກອງທັບ ສຳເລັດຊຸດອົບຮົມວຽກງານພະຍາບານ
ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມກັບຄະນະຊ່ຽວຊານການແພດໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ສຳເລັດຊຸດອົບຮົມວຽກງານພະຍາບານຊຸດທີ 12 ພາຍໃຕ້ຫົວຂໍ້: ການກະກຽມຄົນເຈັບກ່ອນຜ່າຕັດ ແລະ ການດູແລຄົນເຈັບຫຼັງຜ່າຕັດ ປະຈຳປີ 2025 ເມື່ອບໍ່ດົນຜ່ານມາ ໂດຍມີສະຫາຍ ພັນເອກ ຄໍາໄມ ບົວໃບອ່ອນ ຫົວໜ້າຫ້ອງບໍລິຫານ ແລະ ສັງລວມການແພດ ສະຫາຍ ພັນເອກ ອ່ານເຈຍເຈີ ຫົວໜ້າຄະນະຊ່ຽວຊານ ສປ ຈີນ ຊຸດທີ 12 ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສະຫາຍ ຊ່ຽວຊານດ້ານພະຍາບານຈາກ ສປ ຈີນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຜ່ານມາ ພວກເຮົາໄດ້ຈັດການຮຽນ-ການສອນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໂດຍເນັ້ນໃສ່ການດູແລຄົນເຈັບໃນໄລຍະກ່ອນ ແລະ ຫຼັງຜ່າຕັດ ການເຝິກອົບຮົມຄັ້ງນີ້ມີຫົວຂໍ້ຕ່າງໆເຊັ່ນ: ການຄວບຄຸມການຕິດເຊື້ອວິທີການກະກຽມເຄື່ອງອະເຊື້ອ ແລະ ຂັ້ນຕອນການຊ່ວຍເຫຼືອສຸກເສີນ ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ໃນການຮຽນຮູ້ ແລະ ມີຄວາມຮັບຜິດຊອບສູງ ຜ່ານການປະເມີນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງເຫັນໄດ້ວ່າ: ມີຄວາມກ້າວໜ້າຢ່າງຊັດເຈນໃນດ້ານຕ່າງໆເຊັ່ນ: ການກະກຽມເຄື່ອງອະເຊື້ອ ແລະ ການຮ່ວມມືກັນເປັນທີມ ພ້ອມນີ້ ໃນລະຫວ່າງການເຝິກອົບຮົມ ທັງຝ່າຍຈີນ ແລະ ຝ່າຍລາວໄດ້ແລກປ່ຽນເຕັກນິກທາງການແພດ ແລະ ການດູແລຄົນເຈັບ ແບ່ງປັນຄວາມຄິດເຫັນດ້ານຫຼັກການພະຍາບານ ແລະ ປະສົບການດ້ານການເຮັດວຽກ.
ພາຍຫຼັງສຳເລັດການເຝິກອົບຮົມຜູ້ເຂົ້າຮ່ວມຈະນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາປະກອບເຂົ້າໃນການປັບປຸງມາດຕະຖານ ການດູແລຄົນເຈັບໃນພະແນກຂອງຕົນ ແລະ ທີມງານການແພດຈາກ ສປ ຈີນ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເພື່ອຮ່ວມກັນສົ່ງເສີມການດູແລຄົນເຈັບໃນຊ່ໄລຍະກ່ອນຜ່າຕັດ ລະຫວ່າງການຜ່າຕັດ ແລະ ຫຼັງຜ່າຕັດໃນ ສປປ ລາວ.
ສະຫາຍ ພັນເອກ ຄໍາໄມ ບົວໃບອ່ອນ ໄດ້ກ່າວວ່າ: ວຽກງານພະຍາບານແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຂອງໂຮງໝໍໄລຍະຜ່ານມາ ໂດຍໄດ້ຮັບການເອົາໃຈໃສ່ໂດຍກົງຂອງຄະນະຊ່ຽວຊານ ສປ ຈີນ ທັງ ໝົດ 12 ຄັ້ງ ເຫັນວ່າ: ວຽກພະຍາບານໃນໂຮງໝໍແມ່ນມີຄວາມກ້າວໜ້າ ແລະ ເປັນສາກົນ ໃນພິທີໄດ້ມອບໃບຢັ້ງຢືນການເຝິກອົບຮົມໃຫ້ພະຍາບານ ແລະ ມີກິດຈະກໍາການສາທິດການກະກຽມຄົນເຈັບກ່ອນຂຶ້ນຫ້ອງຜ່າຕັດ ການກຽມເຄື່ອງອະເຊື້ອ ສະແດງເຕັກນິກວິທີການແຍ່ຍ່ຽວໃສ່ຮຸ່ນຈໍາລອງ ສະແດງເຕັກນິກວິທີການລ້າງບາດ ແລະ ອື່ນໆ.
ຂ່າວ-ພາບ: ໂຊກທະວີ ແກ້ວບຸດຕະລາດ