ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ

Jun 20, 2025

ພິທີປະກາດກົງຈັກການຈັດຕັ້ງ ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຫົວໜ້າກອງເລຂາຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພາຍໃນ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຄະນະຈັດຕັ້ງສູນກາງພັກ ແລະ ກະຊວງພາຍໃນ, ບັນດາຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທັງສອງພາກສ່ວນ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ລາຍງານຜົນການກະກຽມ ແລະ ດຳເນີນການປັບປຸງກົງຈັກການຈັດຕັ້ງ ເຊິ່ງກົງຈັກການຈັດຕັ້ງຂອງກະຊວງພາຍໃນ ທີ່ໂອນມາຂຶ້ນກັບຄະນະຈັດຕັ້ງສູນກາງພັກປະກອບມີ 9 ກົມ ແລະ ທຽບເທົ່າ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມພັດທະນາການບໍລິຫານລັດ, ກົມການປົກຄອງທ້ອງຖິ່ນ, ກົມຄຸ້ມຄອງລັດຖະກອນ, ກົມແຂ່ງຂັນ ແລະ ຍ້ອງຍໍ, ກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ, ພ້ອມທັງຍົກຍ້າຍພະນັກງານ-ລັດຖະກອນ 197 ສະຫາຍໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ.
ພາຍຫລັງໂຮມເຂົ້າກັນ ດ້ານໂຄງປະກອບການຈັດຕັ້ງ ປະກອບມີ 12 ກົມ ແລະ ທຽບເທົ່າ, ມີ 51 ພະແນກ; ດ້ານໂຄງປະກອບບຸກຄະລາກອນ ປະກອບມີຄະນະພັກ 9 ສະຫາຍ, ຄະນະຈັດຕັ້ງສູນກາງພັກ 5 ສະຫາຍ, ຫົວໜ້າກົມ ແລະ ທຽບເທົ່າ 12 ສະຫາຍ, ຮອງຫົວໜ້າກົມ ແລະ ທຽບເທົ່າ 42 ສະຫາຍ, ຫົວໜ້າພະແນກ 51 ສະຫາຍ, ພະນັກງານ-ລັດຖະກອນ 384 ສະຫາຍ.
ບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ 9 ສະຫາຍ; ບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະບໍລິຫານງານພັກ ດັ່ງນີ້: ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ວິໄລວົງ ບຸດດາຄຳ ເປັນຮອງເລຂາຄະນະບໍລິຫານງານພັກ ແລະ ສະຫາຍ ນາງ ບຸດສະດີ ທະນະເມືອງ ເປັນຮອງເລຂາຄະນະບໍລິຫານງານພັກ; ແຕ່ງຕັ້ງ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ 5 ສະຫາຍ ດັ່ງນີ້: ສະຫາຍ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ວິໄລວົງ ບຸດດາຄຳ, ສະຫາຍ ນາງ ບຸດສະດີ ທະນະເມືອງ, ສະຫາຍ ວິສຸກ ພົມພິທັກ ແລະ ສະຫາຍ ດອນ ໄພວົງ ເປັນຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ. ພ້ອມນີ້, ຍັງໄດ້ຍົກຍ້າຍ ສະຫາຍ ພັອ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂັ້ນກົມ ແລະ ບຸກຄະລາກອນ ຕື່ມອີກ.
ໃນຕອນທ້າຍ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຄະ ນະຮັບຜິດຊອບ ແລະ ສະເໜີໃຫ້ຄະນະພັກ-ຄະນະນໍາສືບຕໍ່ເສີມຂະຫຍາຍບົດບາດການນໍາພາ-ຊີ້ນໍາວຽກງານການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ມີການມອບວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນຢ່າງລະອຽດຈະແຈ້ງ; ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບຫລັກການທີ່ກ່ຽວຂ້ອງຕິດພັນກັບການຍົກສູງຄວາມຮັບຜິດຊອບດ້ານບຸກຄະລະກອນ ແລະ ການຈັດຕັ້ງ ໃນແຕ່ລະຂັ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຜົນສໍາເລັດໃໝ່ຢ່າງຕັ້ງໜ້າ. ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້, ແມ່ນການປະຕິບັດແນວທາງການຈັດຕັ້ງຂອງພັກໃຫ້ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ເນື້ອແທ້ແມ່ນການບໍລິຫານຈັດການອົງການ ເພື່ອນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ, ເກີດຜົນປະໂຫຍດສູງສຸດ ແລະ ຍືນຍົງ.