ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃຊ້ກຳລັງ 2,000 ກ່ວາຄົນ ຮັກສາຄວາມສະຫງໄບ ໃນງານບຸນນະມັດສະການພຣະທາດຫລວງ ປະຈຳປີ 2024

Nov 8, 2024

ພັອ ພູພອນ ວົງພະໄຕ, ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 5 ພະຈິກ 2024 ວ່າ: ເພື່ອຮັບໃຊ້ບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2024 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 11-15 ພະຈິກ 2024. ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 619/ປກສ ນວ, ລົງວັນທີ 4 ພະຈິກ 2024 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນງານບຸນຄັ້ງນີ້ ເຊິ່ງໄດ້ລະບຸບແຈ້ງ ຄໍາແນະນໍາ ແລະ ຂໍ້ຫ້າມຕ່າງໆ. ສ່ວນການກະກຽມກໍາລັງປ້ອງກັນ ສະເພາະຢູ່ງານນະມັດສະການທາດຫລວງ ມີຈໍານວນ 1,790 ຄົນ ທີ່ມາຈາກ 3 ພາກສ່ວນ ຄື: ກໍາລັງ ປກສ, ກໍາລັງ ປກຊ ແລະ ກໍາລັງຊາວໜຸ່ມ ໂດຍສຸມໃສ່ປ້ອງກັນຢູ່ 5 ຈຸດໃຫຍ່ ແລະ 26 ຈຸດຍ່ອຍ.
ສ່ວນຢູ່ສູນການຄ້າ ລາວ-ໄອເຕັກ ຈະນໍາໃຊ້ກໍາລັງປ້ອງກັນ 300 ກວ່າຄົນ ທີ່ມາຈາກ 3 ພາກສ່ວນເຊັ່ນດຽວກັນ ຄື: ກໍາລັງ ປກສ, ກໍາລັງ ປກຊ ແລະ ກໍາລັງຊາວໜຸ່ມ. ສໍາລັບກໍາລັງຕໍາຫລວດຈະລາຈອນ ຈະນໍາໃຊ້ 535 ຄົນ ເພື່ອອໍານວຍຄວາມສະດວກ ແລະ ລະບາຍການສັນຈອນຕາມເສັ້ນທາງຕ່າງໆ ຈໍານວນ 111 ຈຸດ, ໃນນີ້ ວົງໃນ 59 ຈຸດ ແລະວົງນອກ 38 ຈຸດ, ມີ 10 ຈຸດທີ່ເປັນຈຸດຄອຍເຫດ ແລະ ມີ 4 ດ້ານກວດກາເຂົ້າ-ອອກເມືອງ.
ພັອ ພູພອນ ວົງພະໄຕ ໃຫ້ຮູ້ຕື່ມວ່າ: ກໍາລັງປ້ອງກັນທັງໝົດນີ້ ຈະເຮັດໜ້າທີ່ປ້ອງກັນໃນງານບຸນຢ່າງເຂັ້ມງວດຮ່ວມກັບບັນດາບ້ານທີ່ກ່ຽວຂ້ອງໃນງານບຸນຄັ້ງນີ້. ຂະນະດຽວກັນ ຍັງຈະໃຊ້ກໍາລັງດັ່ງກ່າວເພື່ອໂຄສະນາໃຫ້ມວນຊົນທີ່ເຂົ້າມາທ່ອງທ່ຽວພາຍໃນງານບຸນຍົກສູງສະຕິລະວັງຕົວຈາກປະກົດການຫໍ້ທໍ້ຕ່າງໆ ເຊັ່ນ: ການລັກຊັບ, ຊີງຊັບ, ແຫກກະເປົາ ແລະ ອື່ນໆ. ພ້ອມນີ້ ທ່ານໄດ້ຮຽກ ຮ້ອງມາຍັງຜູ້ທີ່ເຂົ້າມາທ່ຽວພາຍໃນງານຈົ່ງເອົາໃຈໃສ່ປະຕິບັດຕາມຄໍາແນະນໍາ ກໍຄື ລະບຽບການທີ່ເຈົ້າໜ້າທີ່ວາງອອກຢ່າງເຂັ້ມງວດ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ທ່ຽວງານຢ່າງເບີກບານມ່ວນຊື່ນ ແລະ ຮັບປະກັນບໍ່ມີປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນ.