ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

​ໃນຄຳ​ອວຍ​ພອນ​ປີ​ໃໝ່​ສາ​ກົນ 2026 ຂອງທ່ານ ສີ​ຈິ້ນ​ຜິງ ໄດ້ກ່າວ​ເຖິງ​ເລື່ອງ​ມະ​ຫັດ​ສະ​ຈັນ​ຂອງ​ຈີນຄື: ຫຸ່ນ​ຍົນ​ມະ​ນຸດ​ທີ່ສາມາດສະ​ແດງ “ກັງ​ຟູ” ໄດ້.

Jan 9, 2026

​ໃນຄຳ​ອວຍ​ພອນ​ປີ​ໃໝ່​ສາ​ກົນ 2026 ຂອງທ່ານ ສີ​ຈິ້ນ​ຜິງ ໄດ້ກ່າວ​ເຖິງ​ເລື່ອງ​ມະ​ຫັດ​ສະ​ຈັນ​ຂອງ​ຈີນຄື: ຫຸ່ນ​ຍົນ​ມະ​ນຸດ​ທີ່ສາມາດສະ​ແດງ “ກັງ​ຟູ” ໄດ້.

ໃນໂອກາດ​ປີ​ໃໝ່​ສາ​ກົນ 2026 , ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ຜ່ານ​ທາງວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ຜ່ານທາງ​ອິນ​ເຕີ​ເນັດ. ໃນ​ຄຳ​ອວຍ​ພອນ​ປີ​ໃໝ່, ທ່ານ ສີ​ຈິນ​ຜິງ ໄດ້ທົບ​ທວນ​ຄືນ​ຜົນ​ງານ​ອັນ​ໜັກ​ແໜ້ນ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ຕະ​ຫຼອດ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ, ໃນ​ນີ້ ເມື່ອ​ເວົ້າ​ເຖິງ​ຜົນ​ສຳ​ເລັດ​ອັນ​ໂດດ​ເດັ່ນ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນໂລຊີ​ຂອງ​ຈີນ, ເພິ່ນ​ໄດ້​ອຸ​ທານ​ຂຶ້ນ​ມາ​ວ່າ: “ຫຸ່ນ​ຍົນ​ມະ​ນຸດ​ໄດ້​ສະ​ແດງ​ໃຫ້​ເຫັນ‘​ກັງ​ຟູ’​ຂອງ​ຕົນ”.

ຫຸ່ນ​ຍົນ​ ມີ​ສົມ​ຍາ​ນາມ​ວ່າ “ໄຂ່​ມຸກ​ເທິງ​ມົງ​ກຸດ​ແຫ່ງ​ອຸດ​ສາ​ຫະ​ກຳ​ກາ​ນ​ຜະ​ລິດ”, ການ​ຄົ້ນ​ຄວ້າ​ພັດ​ທະ​ນາ, ຜະ​ລິດ ແລະ​ປະ​ຍຸກ​ໃຊ້​ຫຸ່ນ​ຍົນ​ເປັນ​ຂີດ​ໝາຍ​ສຳ​ຄັນ​ທີ່​ຊັ່ງ​ຊາ​ລະ​ດັບ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ແລະ ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທັນ​ສະ​ໄໝ​ຂອງ​ປະ​ເທດ​ໜຶ່ງ.

ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5ປີ​ຄັ້​ງ​ທີ13 (2016-2020), ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຂອງ​ຈີນ​ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໂດຍ​ອາ​ໄສ​ການ​ປະ​ດິດ​ສ້າງ​ຢ່າງ​ຕໍ່​ເນື່ອງ​ ແລະ​ການ​ປະ​ຍຸກ​ຢ່າງ​ເລິກ​ເຊິ່ງ, ການ​ເຕີບ​ໂຕ​ແບບ​ສັງ​ລວມ​ຂອງ​ຂະ​ໜາດ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຂອງ​ຈີນ ​ໄດ້​ບັນ​ລຸ​ປະ​ມານ15%ຕໍ່​ປີ, ​ປີ 2020, ​ອັດ​ຕາສ່ວນ​ການ​ນຳ​ໃຊ້​ຫຸ່ນ​ຍົນ​ຂອງພະ​ນັກ​ງານ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 246​ໂຕ ຕໍ່​ໝື່ນ​ຄົນ, ເທົ່າ​ກັບ​ລະ​ດັບ​ສະ​ເລ່ຍ​ຂອງ​ໂລ​ກ​ເກືອບ 2 ເທົ່າ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ອັນ​ເຂັ້​ມ​ແຂງ​ຂອງ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຈີນ.

​ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ, ປີ 2021, 15 ພາກ​ສ່ວນ​ຂອງ​ຈີນເຊັ່ນ: ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ​່າ​ວ​ສານ​ເປັນ​ຕົ້ນ​ ໄດ້​ຮ່ວມ​ສຳ​ພັນ​ເຜີຍ​ແຜ່​ແຜນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ ໃນ​ໄລ​ຍະປະ​ຕິ​ບັດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ  5 ປີຄັ້ງທີ 14(2021-2025) ​ເຊິ່ງ​ແຜນ​ການ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ: ​ຮອດ​ 2025, ຈີນ​ຕ້ອງ​ສ້າງ​ໃຫ້​ເປັນ​ແຫຼ່ງ​ກຳ​ເນີດ​ກ​ານ​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ຫຸ່ນ​ຍົນ, ສູນ​ລ​ວມ​ສູນອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​​ຫຸ່ນ​ຍົນທັນ​ສ​ະ​ໄໝ ແລະ ຈຸດ​​ສຸມໃໝ່​ແຫ່ງ​ການ​ປະ​ຍຸກ​ໃຊ້​ຫຸ່ນ​ຍົນ​ແບບ​ກວມລວມຂອງໂລກ.

ກາງລະ​ດູ​ຮ້ອນປີ 2022, ທ່ານ​ ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບໍ​ລິ​ສັດ​ຫຸ່ນ​ຍົນ ແລະ​ອຸ​ປ​ະ​ກອນ​ອັດ​ຕະ​ໂນ​ມັດ​ຊິນ​ຊົ່ງ​ເສີນ​ຢາງ ​ຫຸ້​ນສ່ວນ​ຈຳ​ກັດ ​ຂອງ​ແຂວງ​ຫຼຽວ​ໜິງເພື່ອ​ເກັບ​ກຳ​ຊອກ​ຮູ້​ສະ​ພາບ​ການ​ຕ່າງໆ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ ໃນ​ການ​ດຳ​ເນີນ​ການ​ບຸກ​ບືນ​ແກ້​ຂອດ​ຫຍຸ້ງຍາກ​ດ້ານ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ​ຕົ້ນ​ຕໍ ແລະ​ອື່ນໆ.

ທ່ານ ​ສີ​ຈິ້ນ​ຜິງ ໃຫ້​ຄຳ​ຊີ້​ນຳ​ວ່າ: “ຕ້ອງ​ແຂ່ງ​ກັບ​ເວ​ລາ​ຊຸກ​ຍູ້​ການ​ເພິ່ງ​ຕົນ​ເອງ​ ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຍາດ​ທຸກ​ເວ​ລາ​ນາ​ທີ​ເພື່ອ​ແກ້​ໄຂ​ບັນ​ຫາ ທີ່​ຖືກຕ່າງ​ປະ​ເທດ ‘ບີບ​ຄໍ’​, ພະ​ຍາ​ຍາມ​ສູ້​ຊົນ​ກຳ​ເອົາ​ເຕັກ​ນິກ​ສຳ​ຄັນ​ຕົ້ນ​ຕໍ ​ແລະ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ອຸ​ປະ​ກອນ​ໄວ້​ຢູ່​ໃນ​ມື​ຂອງ​ພວກ​ເຮົາ​ເອງ”.

ຈາກ​ກາ​ນ​ຊຸກ​ຍູ້​ດ້ວຍ​ປັດ​ໄຈ​ຫຼາຍ​ດ້ານ​ຄື ການ​ນຳ​ພາ​ຈາກ​ນະ​ໂຍ​ບາຍ, ການ​ປັບ​ປຸງ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ, ກາ​ນ​ປັບ​ປຸງ​ຕ່ອງ​ໂສ້​ການ​ສະໜອງ​ໃຫ້​ສົມ​ບູນ ແລະ ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ເລິກ​ ແລະ​ລວງກວ້າງ, ໃນ​ໄລ​ຍະ​ແຜນ​ການ 5 ປີຄັ້ງທີ 14, ກຳ​ລັງ​ສັງ​ລວມ​ຂອງ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ດ້ານ​ການປະ​ດິດ​ສ້າງ​ແຫ່ງ​ການ​​ຄົ້ນ​ຄວ້າວິ​ທະ​ຍາ​ສາດ, ນັບ​ມາ​ຮອດ​ເດືອນ​ກໍ​ລະ​ກົດ ​ປີ2024, ​ຈີນ​ມີສິດທິ​ບັດ​ທີ່​ກ່ຽວ​ຂ້ອງ​ກັບ​ຫຸ່ນ​ຍົນ​ຫຼາຍກວ່າ 190.000 ລາຍ​ການ, ກວມ​ປະ​ມານ 2/3 ຂອງ​ໂລກ. ​ການ​ຄົ້ນ​ຄວ້າ​ຜະ​ລິດຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ສະ​ມັດ​​ຖະ​ນະ​ສູງທີ່​ປະ​ຕິ​ບັດ​ງານ​ຕ່າງໆເຊັ່ນ: ​ການ​ບັນ​ທຸກ​ນ້ຳ​ໜັກ​ຫຼາຍ, ການຈອດ​ເຫຼັກ,  ການພົ່ນສີ ​ເປັນ​ຕົ້ນ ໄດ້​ປະ​ສົບ​ຜົນ​ສຳ​ເລັດ ເຊິ່ງ​ໄດ້​ອັດ​ຊ່ອງ​ຫວ່າງ​ຂົງ​ເຂດ​ຫຸ່ນ​ຍົນ​ທັນ​ສະ​ໄໝ.

ດ້ານ​ການ​ພັດ​ທະ​ນາ​ຂອງ​ເຂດ​ແຄວ້ນ​ຕ່າງໆ. ນະ​ຄອນ​ຫຼວງ​ປັກ​ກິ່ງ, ກຳ​ແພງ​ນະ​ຄອນ​ທຽນ​ສິນ ແລະ ​ແຂວງ​ເຫີ​ເປີຍ, ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ນະ​ຄອນກວາງ​ໂຈ່ວ ແລະ​ແຫ່ງ​ອື່ນໆ​ ຕ່າ​ງ​ກໍ​ໄດ້​ສຸມ​ໃສ່​ເປົ້າ​ໝາຍ​ສ້າງ​ໃຫ້​ເປັນ​ສູນ​ລວມ​ສູນດ້ານອຸດສາ​ຫະ​ກຳ​ຫຸ່ນ​ຍົນ, ຊຸກ​ຍູ້​ການ​ແບ່ງ​ປັນ​ຊັບ​ພ​ະ​ຍາ​ກອນ​ຕ່າງໆ​ເຊັ່ນ: ການ​ປະ​ດິດ​ສ້າງ, ການ​ຜະ​ລິດ ​ແລະ​ການ​ບໍ​ລິ​ການ​ເປັນ​ຕົ້ນ, ບັນ​ລຸ​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ, ຕ່ອງ​ໂສ້​ການ​ສະ​ໜອງ​ ແລະ​ຕ່ອງ​ໂສ້ການ​ປະ​ດິດ​ສ້າງ​ດ້ານ​ຫຸ່ນ​ຍົນ​ ພັດ​ທະ​ນາ​ກ້າວ​ກະ​ໂດດ​ໄປ​ພ້ອມ​ກັນ.

ດ້ານ​ການ​ບຸກ​ເບີກ​ຕະ​ຫຼາດ. ປີ 2024, ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳທີ່ເປັນ​ຫຍີ່​ຫໍ້​ຕົນ​ເອງ​ຂອງ​ຈີນ​ ໄດ້​ຖື​ສ່ວນ​ແບ່ງ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ຫຼາຍກວ່າ 50% ເປັນ​ຄັ້ງ​ທຳ​ອິດ ຄື​ບັນ​ລຸ​ເຖິງ 58,5%. ໃນ 3 ​ໄຕ​ມາດ​ທຳ​ອິດຂອງ ປີ 2025, ປະ​ລິ​ມານ​ການ​ຜະ​ລິດ​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 595.000 ​ໂຕ, ຫຸ່ນ​ຍົນ​ບໍ​ລິ​ການ 13.500.​000 ຊຸດ, ​ປະ​ລິ​ມານ​ການ​ຜະ​ລິດຫຸ່ນ​ຍົນ​ທັງສອງ​ປະ​ເພດ​ນີ້ ​ລ້ວນ​ແຕ່​ໄດ້​ຫຼາຍກວ່າ​ປະ​ລິ​ມານ​ການ​ຜະ​ລິດ​ໃນ​ໝົດ​ປີ​2024.

ດ້ານ​ການ​ປະ​ຍຸກ, ຈາກ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ຮອດ​ການ​ຄຸ້ມ​ຄອງ​ເຫດສຸກ​ເສີນ, ຈາກ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຮອດ​ການ​ຈ​ໍ​ລະ​ຈອນ​ສິນ​ຄ້າ​ ແລະ​ການ​ເກັບ​ມ້ຽນ​ໃນ​ຄັງ​ສາງ, ຈາກ​ເວ​ທີ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຮອດ​ສະ​ໜາມ​ແຂ່ງ​ຂັນ​ກິ​ລາ​ມາ​ລາ​ທອນ, ຈາກ​ການ​ບໍ​ລິ​ການ​ວຽກ​ໃນ​ເຮືອນ​ຮອດ​ການ​ຊ່ວຍ​ປິ່ນ​ປົວສຸ​ຂະ​ພາບ, ຜະ​ລິດ​ຕະ​ພັນ​ປັນ​ຍາ​ປະ​ດິດ​ປະ​ສານ​ກາ​ຍະ​ພາບຫຼື EAI ຂອງ​ຈີນ​ໄດ້​ບັນ​ລຸ​ການ​ຫັນ​ປ່ຽນ​ຈາກ “ການ​ສະ​ແດງ​ເທິງ​ເວ​ທີ” ສູ່ “ການ​ປະ​ຍຸກ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ”.

ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຈີນ​ໄດ້​ສ້າງ​ເປັນ​ລະ​ບົບ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ອັນ​ຄົບ​ຖ້ວນ​ທີ່ກວມ​ເຖິງ​ອາ​ໄຫຼ່ ແລະ​ຊີ້ນ​ສ່ວນ​ສຳ​ຄັນ, ການ​ຜະ​ລິດ​ຫຸ່ນ​ຍົນ ແລະ ການ​ປະ​ຍຸກ​ໃຊ້​ແບບ​ກວມລວມ.

ປີ 2025 ຖືກ​ເອີ້ນ​ເປັນ​ປີທຳ​ອິດ​ແຫ່ງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳປັນ​ຍາ​ປະ​ດິດ​ປະ​ສານ​ກາ​ຍະ​ພາບ ຫຼື EAI, ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມ ມູນິດຈີນສະໄໝທີ 20 ໄດ້​ຮັບ​ຮອງຂໍ້ສະເໜີຂອງສູນກາງພັກ ກ່ຽວກັບການວາງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15(2026-2030)​ໂດຍ​ໄດ້​ຈັດ​ເອົາ EAI ເປັ​ນ​ໜຶ່ງ​ໃນ​ອຸດ​ສາ​ຫະ​ກຳ​ໃນ​ອະ​ນາ​ຄົດ​ ທີ່ວາງ​ແຜນພັດ​ທະ​ນາ​ແບບລ່ວງ​ໜ້າ. ໃນ​ໄລ​ຍະ​ແຜນ​ການ 5ປີ​ ຄັ້ງ​ທີ15, ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຈີນ​ຈະ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ຕາມ​ທິດ​ອັດ​ສະ​ລິ​ຍະ​ ແລະການ​ເຊື່ອມ​ໂຍງ, ເພື່ອ​ບັນ​ລຸ​ການ​ຫັນ​ປ່ຽນ​ຈາກ​ການ​ຂະ​ຫຍາຍຕົວ​ດ້ານ​ຂະ​ໜາດ​​ສູ່​ການ​ຍົກ​ສູງ​ຄຸ​ນະ​ພາບ. ມີ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຄາດ​ຄະ​ເນ​ໄວ້ວ່າ, ໃນ​ໄລ​ຍະແຜນ​ການ 5ປີ​ ຄັ້ງ​ທີ15, ຂະ​ໜາດ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຈີນ​ ຈະ​​ຂະ​ຫຍາຍ​ຕົວ​ເຖິງ​ລະ​ດັບ​ປະ​ມານ 400 ຕື້ຢວນ, ມູນ​ຄ່າ​ການ​ຕະ​ຫຼາດ​ຈະ​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ຢ່າງ​ໝັ້ນ​ທ່ຽງ.

ຫຸ່ນ​ຍົນ​ທີ່​ຈີນ​ຜະ​ລິດ​ເອງ​ທີ່​ກຳ​ລັງ​ປະ​ຕິ​ບັດ​ງານ​ໃນ​ຂົງ​ເຂດ​ຕ່າງໆ​ເຫຼົ່າ​ນີ້​ໄດ້​ກາຍ​ເປັນ ແລະ​ຈະ​ສືບ​ຕໍ່​ເປັນ​ຄຳ​ອະ​ທິ​ບາຍ​ອັນ​ມີ​ຊີ​ວິດ​ຊີ​ວາ​ຕໍ່ “ສິ່ງ​ອັດ​ສະ​ຈັນ​ຂອງ​ຈີນ”.