ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃນຕອນເຊົ້າຂອງວັນທີ 15/09/2024 ທີ່ຫ້ອງວ່າການແຂວງຫລວງນໍ້າທາ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

Sep 16, 2024

(ທຄຕລ) ສົມທົບກັບສາມອົງການຈັດຕັ້ງມະຫາຊົນ ທຄຕລ ສາຂາຫລວງນໍ້າທາ ຕາງໜ້າໃຫ້ຜູ້ບໍລິຈາກເງິນຜ່ານ OneHeart ຈໍານວນ 10,394 ຄົນ ລວມມູນຄ່າ 1,714,134,894.60 ກີບ ມອບໃຫ້ແຂວງຫລວງນໍ້າທາ ເພື່ອນໍາໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ.
ເປັນກຽດຕາງໜ້າມອບເງິນບໍລິຈາກ ໂດຍ ທ່ານ ສາຍຈິດ ສິມມະວົງ ຮອງຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຕາງໜ້າຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງ ຫລວງນໍ້າທາ
ການລະດົມທຶນຈາກສັງຄົມ ຜ່ານ OneHeart ໃນຄັ້ງນີ້ ແມ່ນໄດ້ລະດົມຈາກ ທັງພາຍໃນ ແລະ ຕ່າງປະເທດ (ໂດຍຜູ້ບໍລິຈາກຜ່ານບັດສາກົນ ບໍ່ໄດ້ເສຍຄ່າທໍານຽມໃດໆ, ເຊິ່ງ ທຄຕລ ຮັບຜິດຊອບຄ່າທໍານຽມແທນ 2.5%) ເລີ່ມແຕ່ວັນທີ 10/09/2024, ເວລາ 13:30 ໂມງ ຈົນເຖິງວັນທີ 14/09/2024 ເວລາ 15:30 ໂມງ.