ປີ 2024 ເປັນປີທີ 4 ທີ່ອົງການປົກຄອງແຂວງ ຊຸດທີ IX ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ IX ( 2021-2025 ), 11 ວຽກງານຈຸດສຸມ, 6 ທາງອອກ ແລະ 9 ແຜນງານຂອງແຂວງ ຕິດພັນກັບ ການຈັດຕັ້ງປະຕິບັດ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ແລະ 5 ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບັນລຸຕາມມະຕິ ຂອງສະພາປະຊາຊົນແຂວງ ແລະ ບັນລຸຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງທີ່ກໍານົດໄວ້. ການປະຕິບັດແຜນດັ່ງກ່າວ ແມ່ນດໍາເນີນໄປໃນສະພາບແວດລ້ອມສາກົນ, ພາກພື້ນ ທີ່ໄດ້ຜັນແປຢ່າງສະຫຼັບສັບສົນ ແລະ ຢູ່ພາຍໃນປະເທດກໍ່ຄືພາຍໃນແຂວງຜົ້ງສາລີ ກໍ່ພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ເປັນຕົ້ນແມ່ນ ເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນ, ອັດຕາເງິນເຟີ້ເພີ່ມຂຶ້ນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຂອງພະນັກງານ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ; ການສະໜອງດ້ານງົບປະມານໃນການບໍລິຫານວຽກງານ, ໃນການລົງທຶນ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນກໍ່ມີຈໍາກັດ; ພ້ອມກັນນັ້ນພວກອິດທິກໍາລັງປໍລະປັກ ສົມທົບກັບກຸ່ມຄົນບໍ່ດີ ສືບຕໍ່ກຸກວນ, ປັ່ນປ່ວນ ຕໍ່ການນໍາພາຂອງຄະນະພັກ ແລະ ການບໍລິຫານຄຸ້ມຂອງອົງ ການປົກຄອງແຕ່ລະຂັ້ນ ໂດຍສວຍໃຊ້ບັນຫາຢາເສບຕິດ, ບັນຫາສາສະໜາ, ບັນຫາສິດທິມະນຸດ ແລະ ອື່ນໆ ລົງໃນສືຕ່າງໆ,ຈໍານວນໜຶ່ງກໍ່ມີການຮ້ອງຟ້ອງດ້ານນັ້ນດ້ານນີ້. ແຕ່ພາຍໃຕ້ການນໍາພາ – ຊີ້ນໍາ ຂອງການນໍາແຂວງ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕາມແຜນການ, ໂຄງການທີ່ວາງໄວ້ ແລະ ບັນລຸຕາມມະຕິຂອງສະພາປະຊາຊົນແຂວງ ເປັນສ່ວນໃຫຍ່, ບາງດ້ານກໍ່ລື່ນຄາດໝາຍ, ຊຶ່ງສະແດງອອກ ການພັດທະນາເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ສືບຕໍ່ສ້ອມແປງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານເສດຖະຖິດ – ສັງຄົມ ຕິດພັນກັບການຈັດຕັັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ; ສຸມໃສ່ແກ້ໄຂ 8 ບັນຫາ ໂດຍຈັດຕັ້ງປະຕິບັດ 16 ວຽກໃຫຍ່, 6 ເປົ້າໝາຍ, 11 ວຽກຈຸດສຸມ, 4 ວຽກເນັ້ນໜັກ ແລະ 9 ແຜນງານ ແລະ 6 ທາງອອກ, ໃນປີ 2024 ເສດຖະກິດຂະຫຍາຍຕົວ 6% ລື່ນແຜນ 12.81% ຂອງແຜນການປີ (ແຜນການ 5.35%), ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 6,716.36 ຕຶ້ກີບ, ລື່ນແຜນ 32.28% ຂອງແຜນການປີ (ມະຕິສະພາ 5,077.47 ຕື້ກີບ), ສະເລ່ຍໃສ່ຫົວຄົນໜຶ່ງ ບັນລຸ 1,530 ໂດລາສະຫາລັດ ຫຼື ເທົ່າກັບ 33.46 ລ້ານກີບ (ແຜນການ 25.24 ລ້ານກີບ ), ໃນນັ້ນ ຂະແໜງກະສິກໍາຂະຫຍາຍຕົວເພີ່ມຂຶ້ນ 9.35% (ມະຕິສະພາ 7.21%), ຂະແໜງອຸດສາຫະກໍາຂະຫຍາຍຕົວ 6.57% (ມະຕິສະພາ 5.14%) ແລະ ຂະແໜງ ການບໍລິການຂະຫຍາຍຕົວ 2.26% (ມະຕິສະພາ 4.86%); ໂຄງປະກອບເສດຖະກິດ (ອັດສ່ວນກວມມູນຄ່າ GDP) ບັນລຸໄດ້ ຂະແໜງກະສິກຳ-ປ່າໄມ້ ກວມເອົາ 49.72%, ຂະແໜງອຸດສາຫະກຳ-ຫັດຖະກຳ ກວມເອົາອັດຕາສ່ວນ 20.02% ,ຂະແໜງການບໍລິການ ກວມ 28.24% ແລະ ພາສີ, ອາກອນ ແລະ ຂາເຂົ້າສຸດທິ ກວມ 2.02%,
ສຳລັບທິດທາງແຜນການປີ 2025 ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 6.02% ຂຶ້ນໄປ, ສ້າງມູນຄ່າເພີ່ມຕາມລາຄາ ໃນປີໃຫ້ໄດ້ 8,035.64 ຕື້ກີບ, ລວມຍອດມູນຄ່າຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ບັນລຸໄດ້ຫຼາຍກວ່າ 1,809 ໂດລາສະຫະລັດ/ຄົນ/ປີ ຫຼື ປະມານ 39.54 ລ້ານກີບ/ຄົນ/ປີ, ໃນນັ້ນ ຂະແໜງກະສິກໍາ-ປ່າໄມ້ ໃຫ້ຂະຫຍາຍຕົວ 7.74%; ຂະແໜງອຸດສາຫະກຳ-ຫັດຖະກຳໃຫ້ຂະຫຍາຍຕົວ 7.83%; ຂະແໜງການບໍລິການ ໃຫ້ຂະຫຍາຍຕົວ 3.36%; ແລະ ຂະແໜງພາສີ-ອາກອນ ຢູ່ໃນລະດັບທີ່ດຸ່ນດ່ຽງໄດ້; ເພື່ອລຸບັນດາຄາດໝາຍຂອງແຜນການປີ 2025 ຕ້ອງໄດ້ປຸກລະດົມຫຼາຍແຫຼ່ງທຶນ ມາຈັດຕັ້ງປະຕິບັດໃຫ້ໄດ້ 1,253.42 ຕື້ກີບ.
ທັງໝົດນີ້ແມ່ນເປັນການລາຍງານຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆ ຜົ້ງສາລີ ຕໍ່ກອງປະຊຸມສະໄໜສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງຜົ້ງສາລີ ຊຸດທີ II ໃນວັນທີ 15 ມັງກອນ 2025.
ພາບ-ຂ່າວ: ແສງຄຳ ສາລີວັນ



