ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃນວັນອະນຸລັກໂລກປີນີ້ ລົດໄຟລາວ-ຈີນ ພາທ່ານເດີນທາງແບບສີຂຽວ

Apr 22, 2025

ວັນທີ 22 ເມສາ 2025 ແມ່ນວັນອະນຸລັກໜ່ວຍໂລກ ຄັ້ງທີ 56. ນັບແຕ່ເປີດດໍາເນີນງານເປັນຕົ້ນມາ, ທາງລົດໄຟລາວ-ຈີນ ມາໄດ້ນຳໃຊ້ພະລັງງານສະອາດເປັນແຮງຂັບເຄື່ອນໃນການແລ່ນລົດໄຟ. ທຸກໆກິໂລແມັດຂອງການແລ່ນລົດໄຟ ລ້ວນແຕ່ເປັນການຫຼຸດຜ່ອນການປ່ອຍອາຍກາກບອນ, ຕອບສະໜອງການເດີນທາງໄປມາຫາສູ່ກັນແບບສີຂຽວຂອງມະຫາຊົນ ແລະ ຊ່ວຍປົກປັກຮັກສາລະບົບນິເວດຂອງປະເທດຊາດ.
ທ່ານຮູ້ບໍວ່າ ຊູ່ມື້ນີ້ ມີຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດນັບມື້ນັບຫຼາຍຂຶ້ນ ເລືອກທີ່ຈະເດີນທາງດ້ວຍລົດໄຟ ລາວ-ຈີນ ຂ້າມພູຜາປ່າໄມ້ ແລະ ແມ່ນ້ຳລຳເຊ ທ່າມກາງບັນຍາກາດທີ່ສະດວກສະບາຍ ແລະ ວ່ອງໄວ ເຊິ່ງລ້ວນແລ້ວແຕ່ໄດ້ປະກອບສ່ວນໃນການຫຼຸດຜ່ອນອາຍກາກບອນອອກສູ່ຊັ້ນບັນຍາກາດ.
ວັນອະນຸລັກໜ່ວຍໂລກ ບໍ່ພຽງແຕ່ແມ່ນມື້ນີ້ເທົ່ານັ້ນ, ຫາກທ່ານເລືອກທີ່ຈະເດີນທາງແບບສີຂຽວ ທຸກໆມື້ກໍຈະເປັນວັນອະນຸລັກໜ່ວຍໂລກ.
May be an image of train and text