ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃນໂອກາດຊີ້ແຈງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024

Nov 26, 2024

ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ຮູ້ກ່ຽວກັບມາດຕະການແກ້ໄຂໜີ້ສິນຂອງລັດວິສາຫະ ກິດໄຟຟ້າລາວ ແລະ ການປັບປຸງໂຄງສ້າງດ້ານລາຄາໄຟຟ້າວ່າ: ລັດວິສາຫະກິດໄຟຟ້າລາວ (ຟຟລ) ມີສະພາບໜີ້ສິນສະ ສົມຢູ່ຢ່າງມະຫາສານທີ່ເກີດມາຈາກຫຼາຍສາເຫດທັງໃນໂຕ ແລະນອກໂຕ.
ສໍາລັບມາດຕະການແກ້ໄຂຈະຕ້ອງສືບຕໍ່ມາດຕະການ ສໍາຄັນຄື: ການປັບປຸງສະພາບຄ່ອງ ແລະສະພາບການເງິນຂອງລັດວິສາ ຫະກິດໄຟຟ້າລາວ ທີ່ພົວພັນການປັບປຸງ ໂຄງສ້າງລາຄາໄຟພາກຈໍາໜ່າຍໃຫ້ສະທ້ອນຕົ້ນທຶນຕົວຈິງ ແລະ ການປັບປຸງກົນໄກ ແລະ ລາຄາຊື້ຈາກບັນດາຜູ້ ຜະລິດໄຟຟ້າ ທີ່ສະໜອງໃຫ້ ຟຟລ ເຊິ່ງພົວພັນກັບການເຮັດວຽກກັບພາກສ່ວນກ່ຽວຂ້ອງຕ່າງໆ ລວມທັງພາກສ່ວນທະນາຄານຕ່າງປະເທດ ທີ່ເປັນຜູ້ໃຫ້ກູ້ຢືມລົງທຶນໃນໄລຍະຜ່ານມາ.
ທ່ານໃຫ້ຮູ້ຕື່ມວ່າ: ໃນປະຈຸບັນກໍ່ໄດ້ເລີ່ມຂຸ້ມຂ້ຽວດໍາເນີນການຄົ້ນຄວ້າການຂັບເຄື່ອນນະໂຍບາຍກະຕຸ້ນໃຫ້ມີການນໍາໃຊ້ ພະລັງ ງານແສງຕະເວັນເຂົ້າໃນຂັ້ນຄົວເຮືອນ ແລະວິສາຫະກິດຂະໜາດນ້ອຍລວມທັງການຊຸກຍູ້ເລັ່ງລັດໃຫ້ ພັດທະນາໂຊລາຟາມ ໃນເຂດທີ່ໄຟຟ້າລາວໄດ້ກຳນົດໃຫ້ມີຄວາມເໝາະສົມເພື່ອສະໜອງເຂົ້າໃນເຂດທີ່ຕ້ອງການໄຟເຊັ່ນ: ເຂດອຸດສາຫະກຳ: ເຂດພັດທະ ນາເສດຖະກິດ ເພື່ອຫຼຸດຜ່ອນສັດສ່ວນຄວາມຕ້ອງການພະລັງ
ງານທີ່ຕ້ອງນໍາເຂົ້າ ແລະ ອື່ນໆ.
May be an image of 6 people, phone and text