ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃຜມີບັນຫາສາຍຕາແກ່ນຕາຂຸ້ນ ເຂົ້າຮັບບໍລິການຜ່າຕັດໂດຍບໍ່ເສຍຄ່າ ທີ່ແຂວງຈໍາປາສັກ

Sep 26, 2024

ບັນດາທ່ານທີ່ມີບັນຫາກ່ຽວກັບແກ່ນຕາຂຸ້ນ ຈະໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ, ເລີ່ມແຕ່ມື້ນີ້ ຈົນຮອດທ້າຍປີ 2024 ຢູ່ທີ່ໂຮງໝໍ ບໍລິເວນ 106 ກອງທັບ ເມືອງບາຈຽງ ແຂວງຈໍາປາສັກ.​
ຖ້າວ່າຕາທ່ານເຫັນບໍ່ແຈ້ງຄ້າຍຄືໝອກຂາວ ແມ່ນອາດຈະເປັນພະຍາດແກ່ນຕາຂຸ້ນ ຊຶ່ງມູນນິທິ GX ສາມາດກວດແກ່ນຕາໃຫ້ທ່ານໄດ້ ແລະ ຖ້າທ່ານເປັນແກ່ນຕາຂຸ້ນ ຈະມີຊ່ຽວຊານຕາ ຈາກ ສປ ຈີນ ເຮັດການຜ່າຕັດໃນລົດຜ່າຕັດເຄື່ອນທີ່ໃຫ້ແກ່ທ່ານ, ໂດຍທ່ານສາມາດໂທລະສັບສອບຖາມໄດ້ ທີ່ເບີ 020 22113328.
ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.
ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.
ທີ່ມາ: ວຽງຈັນທາຍ