ຕອນເຊົ້າວັນທີ 15 ທັນວາ 2024 ນີ້, ຢູ່ທີ່ບໍລິເວນດ່ານສາກົນຂົວມິຕະພາບນໍ້າເຫືອງ ລາວ-ໄທ ຝັ່ງຣາຊະອານາຈັກໄທ ໄດ້ຈັດກິດຈະກໍາໃສ່ບາດ 2 ແຜ່ນດິນ ສະເຫຼີມສະຫຼອງຂົວມິດຕະ ພາບ ນໍ້າເຫືອງ ຄົບຮອບ 20 ປີ ຂຶ້ນ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ, ທ່ານ ພະສິນ ນາໄຊໂຊດ ນາຍອໍາເພີທ່າລີ່ ມີພຸດທະສາສະນິກະຊົນ ເມືອງແກ່ນທ້າວ ແລະ ອໍາເພີທ່າລີ່ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກິດຈະກໍາຄັ້ງນີ້, ໄດ້ໃສ່ບາດຢູ່ກາງຂົວມິດຕະພາບນໍ້າເຫືອງລາວ-ໄທ ເຊິ່ງມີພຣະສົງ ຈາກເມືອງແກ່ນທ້າວ ແລະ ອາເພີທ່າລີ່ 42 ອົງ ອອກບິນທະບາດ. ນອກຈາກນັ້ນ, ຍັງມີການສະແດງສິລະປະຂອງນ້ອງນັກຮຽນ, ການວາງສະແດງສິນຄ້າ ອຸປະໂພກ, ບໍລິໂພກ ຂອງເມືອງແກ່ນທ້າວ ແລະ ອໍາເພີທ່າລີ່ ຕື່ມອີກ.
ຂົວມິດຕະພາບ ນໍໍ້າເຫືອງ ລາວ-ໄທ ສ້າງຂື້ນໃນວັນທີ 14 ທັນ ວາ 2003 ແລະ ເປີດໃຊ້ຢ່າງເປັນທາງການໃນວັນທີ 28 ຕຸລາ 2004 ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນທັງສອງ ປະເທດ. ທັງນີ້, ເພື່ອເປັນຜູກແໜ້ນຄວາມສາມັກຄີ ແລະ ຮັກສາມູນເຊື້ອສາຍສໍາພັນທີ່ດີງາມຖານບ້ານໃກ້ເຮືອນຄຽງລະຫວ່າງເມືອງແກ່ນທ້າວ ແລະ ກັບອໍາເພີທ່າລີ່ ໃຫ້ແໜ້ນ ແຟ້ນຍິ່ງຂື້ນ, ທັງເປັນການຊຸກຍູ້ສົ່ງເສີມການຄ້າຊາຍແດນ ແລະ ການທ່ອງ ທ່ຽວອີກດ້ວຍ.








