ຕອນເຊົ້າວັນທີ 19 ມີນາ 2025 ນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຊາວພຸດທະສະນິກະຊົນພາຍໃນແຂວງສະຫວັນນະເຂດ ແລະ ປະເທດໃກ້ຄຽງໄດ້ຮ່ວມກັນຕັກບາດແດ່ພຣະສົງ 108 ອົງ ທີ່ໜ້າວັດໃຫຍ່ໄຊຍະ ພູມລານພະຍານາກ ນະຄອນໄກສອນພົມວິຫານ.
ກິດຈະກຳຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫຼອງ 3 ວັນປະຫວັດສາດ ຕິດພັນກັບງານເທສະການສະຫວັນສຸກສັນຫັນສາຄັ້ງທີ 5 ຫຼື savanfun fest ທີ່ໄດ້ຈັດຂຶ້ນໃນຄັ້ງວັນທີ 19-23 ມີນາ 2025 ທັງນີ້ ກໍເພື່ອເປັນການບູຊາສ່ວນບຸນສ່ວນກຸສົນສົ່ງ ໄປຮອດໄປເຖິງ ຜູ້ມີພຣະຄຸນທັງຫຼາຍ, ບັນພະບູລຸດ, ວິລະບູລຸດ ແລະ ນັກຮົບປະຕິວັດຜູ້ທີ່ມີຄຸນງາມຄວາມດີທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຊາດ, ເພື່ອປະຊາຊົນ, ພ້ອມທັງເປັນການສຶບສານຮີດຄອງປະເພນີຂອງຊາວພຸດລາວເຮົາທີ່ເຄີຍປະຕິບັດກັນມາແຕ່ດຶກດໍາບັນ ເຊິ່ງກິດຈະກຳຕັກບາດແດ່ພຣະສົງ 108 ອົງແມ່ນຈັດໃຫ້ມີໃນທຸກໆເຊົ້າເປັນເວລາ 3 ວັນ ເລີ່ມແຕ່ວັນທີ 19-21 ມີນາ2025ນີ້.
ທີ່ມາ: medialaos






