ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃສ່ບາດພິທີສະເຫຼີມສະຫລອງ ແລະ ສົມໂພດຫໍຫຼັກເມືອງ ແຂວງອັດຕະປື

Mar 30, 2025

ໃສ່ບາດພິທີສະເຫຼີມສະຫລອງ ແລະ ສົມໂພດຫໍຫຼັກເມືອງ ແຂວງອັດຕະປື
ຕອນເຊົ້າວັນທີ 30 ມີນາ 2025 ອົງການປົກຄອງແຂວງ ພ້ອມດ້ວຍພຸດທະສາສະນິກະຊົນ ກໍຄືປະຊາຊົນບັນດາເຜົ່າ ແຂວງອັດຕະປື ຈັດພິທີໃສ່ບາດຖະຫວາຍສັງຄະທານ ໃນງານສະເຫລີມສະຫລອງ ແລະ ສົມໂພດຫໍຫຼັກເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງ ອັດຕະປື, ມີການນໍາແຂວງ, ຄະນະນະນຳບໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ການນໍາເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງອັດຕະປື ຂຶ້ນໄຕ້ທຽນໄຊ ໄຫວ້ພະຣັດຕະນະໄຕຣ ຈາກນັ້ນ ຄະນະສົງໄດ້ນຳພາ ດຳເນີນພິທີທາງສາສໜາ.
ການທໍາບຸນຕັກບາດໃນງານສະຫລອງ ແລະ ສົມໂພດຫໍຫລັກເມືອງ ແຂວງ ອັດຕະປື ນອກຈາກເປັນການສືບທອດຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດແລ້ວ ຍັງເປັນການເຕົ້າໂຮມຄວາມສາມັກຄີຂອງທຸກຄົນໃນຊາດ, ເປັນການອຸທິດສ່ວນບຸນສ່ວນກຸສົນເຖິງມະເຫສັກຫຼັກເມືອງ, ເຈົ້າຖິ່ນເຈົ້າຖານ, ບັນດາບັນພະບູລຸດ, ເປັນສີລິມຸງຄຸນແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກ ທັງເປັນການເຜີຍແຜ່ວັດທະນະທຳ, ເປັນສັນຍາລັກທາງປະຫວັດສາດ ແລະ ວັດທະນະທຳ ຂອງແຂວງ ໃຫ້ເປັນ ສະຖານທີ່ເພິ່ງທາງຈິດໃຈສຳຄັນສຳລັບທຸກຄົນສືບຕໍ່ໄປ.
ຂ່າວ – ພາບ : ບຸນຍັງ ພຸດສະຫວັດ