ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃສ່ບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 18 ປີ 2025

Feb 22, 2025

ພິທີໃສ່ບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 18 ປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ນີ້ທີ່ສະໜາມຫຼວງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ.
ການໃສ່ບາດໃນງານມະຫະກໍາບຸນຊ້າງໃນແຕ່ລະປີ ແມ່ນເປັນກິດຈະກໍາໜຶ່ງທີ່ສໍາຄັນກ່ອນມື້ພິທີເປີດງານຢ່າງເປັນທາງການ, ການຈັດໃຫ້ມີພິທີດັ່ງກ່າວ ເພື່ອສະແດງເຖິງຄວາມຜູກພັນ ຄວາມ ຮູ້ບຸນຄຸນຕໍ່ຊ້າງ ທີ່ພວກເຮົາກໍ່ຄືບັນພະບູລຸດໄດ້ນໍາໃຊ້ແຮງງານຊ້າງເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການນໍາໃຊ້ແຮງງານຊ້າງເຂົ້າໃນການລາກແກ່ສິ່ງຂອງຕ່າງໆ ເຂົ້າໃນການດໍາລົງຊີວິດປະຈໍາວັນໃນໄລຍະຜ່ານມາ ເພື່ອເປັນການສ້າງຄວາມຜູກພັນອັນສະໜິດສະໜົມ ລະຫວ່າງຊ້າງກັບຄົນ ທັງເປັນການສືບຕໍ່ອະນຸ ລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືການອະນຸລັກຮັກສາຊ້າງໃຫ້ຍືນຍົງຄົງຢູ່ກັບຄົນລາວຕະຫຼອດໄປ.
ສໍາລັບງານມະຫະກໍາບຸນຊ້າງ ຄັ້ງທີ 18 ປີ 2025 ຈະເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 22 ກຸມພານີ້. ປີນີ້ຈະມີຊ້າງເຂົ້າຮ່ວມ 50 ໂຕ ເຊິ່ງກົງກັບການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບ ຮອບ 50 ປີ.