ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມຄະນະບໍລິຫານງານສູນກາງພັກ ພິຈາລະນາບັນຫາສໍາຄັນຂອງພັກ-ຂອງຊາດ

Oct 21, 2025

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນໃນວັນທີ 21 ຕຸລາ 2025 ທີ່ສຳນັກງານສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ມີບັນດາສະຫາຍກຳມະການສູນກາງພັກ, ເລຂາພັກແຂວງ, ກະຊວງ ແລະ ອົງການຈຳນວນໜຶ່ງເຂົ້າຮ່ວມ.
ກອງປະຊຸມຄົບຄະນະຄັ້ງນີ້, ໄດ້ດຳເນີນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ມ້ວນ​ທ້າຍ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ 09 ຕິດ​ພັນ​ກັບ​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ກະ​ຊວງ, ອົງ​ການ, ນະ​ຄອນຫຼວງ ແລະ ແຂວງ; ​ການ​ກະ​ກຽມ​ຄວາມ​ພ້ອມສະເຫຼີມສະຫຼອງວັນ​ຊາດ ທີ 2 ທັນ​ວາ ຄົບ​ຮອບ 50 ປີ, ວັນ​ເກີດປະ​ທານ​ ໄກ​ສອນ ພົມ​ວິ​ຫານ ທີ 13 ທັນ​ວາ ຄົບ​ຮອບ 105 ປີ ແລະ ການຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ 12 ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ, ກວ້າງ​ຂວາງ ເພື່ອ​ຍູ້​ຂະ​ບວນ​ການໃຫ້ແຂງແຮງ​ກ້າວ​ເຂົ້າ​ສູ່ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ ທີ່ຈະໄຂຂຶ້ນໃນຕົ້ນປີໜ້າ(2026).


ກອງປະຊຸມຄົບຄະນະຄັ້ງນີ້ ຈະໄດ້ຄົ້ນຄວ້າ, ເປິກສາຫາລື ແລະ ຕົກລົງ 4 ວຽກດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026. ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ກໍຄືການປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ແລະ ທິດທາງໃນຕໍ່ໜ້າ. ຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2025.


ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ມີຄຳເຫັນເນັ້ນໜັກວ່າ: ບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກ ບັນຫາໃຫ້ເລິກເຊິ່ງ ຄົບຖ້ວນ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆ, ເຮັດໃຫ້ກອງປະຊຸມຄົບຄະນະຄັ້ງນີ້ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ .
ກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ຈະດຳເນີນໄປເປັນເວລາ 4 ວັນ ເຖິງວັນທີ 24 ຕຸລາ 2025 ຈຶ່ງຈະອັດລົງ.