ສູນກາງສະຫະພັນກຳມະບານລາວ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານທ້າຍສະໄໝ ສະໄໝທີ VIII ໃນວັນທີ 23 ກັນຍາ 2025 ທີ່ສູນກາງສະຫະພັນກຳມະບານລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະໄໝທີ VIII ແລະ ພາກສ່ວນກ່ຽວ ຂ້ອງ.
ສະຫາຍ ເລັດ ໄຊຍະພອນ ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນດຳເນີນຊີວິດການເມືອງໃນການນໍາພາ-ຊີ້ນໍາ ໃນການເຄື່ອນໄຫວວຽກງານກຳມະບານ ໃນໄລຍະ 5 ປີ (2021-2025) ຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ ແລະ ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນ ຕໍ່ບັນດາເອກະ ສານຕ່າງໆ ທີ່ຈະນໍາສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ເປັນຕົ້ນແມ່ນ:
1) ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄລຍະ
5 ປີຜ່ານມາ;
2) ຮ່າງລາຍງານການເມືອງແລະທິດທາງແຜນການວຽກງານຈຸດສຸມ 2026-2030;
3) ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານຄັ້ງທີ IV ສະໄໝ
ທີ VIII; ຮ່າງປັບປຸງກົດລະບຽບຂອງສະຫະພັນກຳມະບານລາວສະໄໝທີ IX;
4) ບົດລາຍງານການປັບປຸງຄໍາຂັວນ ແລະ ເນື້ອໃນຂໍ້ແຂ່ງຂັນຂອງສະຫະພັນກຳມະບານລາວເພື່ອ
ຮັບຮອງໃນສະໄໝທີ IX;
5) ຜູ້ແທນກອງປະຊຸມຈະໄດ້ຮັບຟັງການຄໍາເຫັນໂອ້ລົມຈາກສະຫາຍ ສິນລະວົງ ຄຸດໄພທູນກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດຜູ້ຊີ້ນໍາ ໃນການກະກຽມແລະດໍາເນີນກອງປະຊຸມໃຫ່ຍຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX;
ນອກຈາກນີ້ຍັງຈະໄດ້ດໍາເນີນການທາບທາມບຸກຄະລາກອນ ໃນຄະນະປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ເພື່ອແນໃສ່ສ້າງຄວາມເປັນເອກະພາບກັນ ແລະປະຕິບັດຕາມຫຼັກການ, ລະບຽບການຂອງການດຳເນີນກອງປະຊຸມໃຫ່ຍ ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ແລະ ການປະກອບຄໍາເຫັນຂອງບັນດາສະຫາຍ ກໍຈະເປັນພື້ນຖານໃນການສືບຕໍ່ປັບປຸງ ບັນດາເນື້ອໃນຂອງເອກະສານໃຫ້ມີຄວາມສົມບູນ ຮັດກຸມ ຊັດເຈນກວ່າເກົ່າ.

ຂ່າວ-ພາບ : ວສລ


