ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 5 ມິຖຸນາ 2023 ທີ່ຫ້ອງວ່າການປົກຄອງແຂວງ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ໂດຍການເປັນປະທານ ຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະຮັບຜິດຊອບສ້າງ ຮ່າງກົດໝາຍ ແລະ ມີຫລາຍຂະ ແໜງການ, ບັນດາທ່ານ ປະທານສະພາ, ຮອງປະທານປະຊາຊົນແຂວງ, ບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຂອງທົ່ວໜ້າຫ້ອງການ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ບັນດາຫົວໜ້າພະແນກການຂອງແຂວງພາກເໜືອເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວ ວ່າ: ໂດຍອີງຕາມສະພາບການພັດທະນາເຂດເສດ ຖະກິດພິເສດ ຂອງ ສປປ ລາວ ໃນໄລຍະຜ່ານມາ ທີ່ມີການ ພັດທະນາ ແລະ ການລົງທຶນ ຂະຫຍາຍຕົວເພີ່ມຂຶ້ນຢ່າງວ່ອງໄວ ປະຈຸບັນເຂດເສດຖະກິດພິເສດ ໃນຂອບ ເຂດທົ່ວປະເທດ ມີທັງໝົດຈໍານວນ 21 ເຂດ, ທີ່ຕັ້ງຢູ່ 7 ແຂວງ. ມີການລົງທຶນທັງໝົດ 1.000 ກວ່າ ບໍລິສັດ, ມີທຶນທັງໝົດ 64 ກວ່າຕື້ໂດລາສະຫະລັດ, ສາມາດເກັບພັນທະໄດ້ທັງໝົດ 800 ກວ່າຕື້ກີບ ແລະ ສາມາດ ສ້າງວຽກເຮັດງານທຳ ທັງໝົດ 63 ພັນກວ່າຄົນ. ສະນັ້ນ ເພື່ອໃຫ້ການສົ່ງເສີມ ແລະ ຄຸ້ມຄອງວຽກງານ ການພັດທະນາຄົນເສດຖະກິດພິເສດ ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ, ການອະນຸມັດການ ລົງທຶນມີຄວາມສະດວກ, ມີຂັ້ນຕອນ ແລະ ໄລຍະເວລາສັ້ນລົງ; ການຄຸ້ມຄອງຕິດຕາມກວດກາ ເຂດເສດຖະ ກິດພິເສດ ຮັບປະກັນຄວາມໂປ່ງໃສ ສາມາດກວດສອບໄດ້ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ເພື່ອສ້າງ ຄວາມເຊື່ອໝັ້ນໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທືນ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ ໃນການດຶງດູດ ການລົງທຶນ ແລະ ເພື່ອຍົກລະດັບບັນດານິຕິກຳທີ່ມີແລ້ວ ໃຫ້ເປັນກົດໝາຍທີ່ມີຄວາມໜັກແໜ້ນ, ຮັດກຸມ, ຊັດ ເຈນ, ຈະແຈ້ງ, ຄົບຖ້ວນ, ສັກສິດຂຶ້ນຕື່ມ. ສະນັ້ນ, ສະພາເຫ່ງຊາດ ໄດ້ກຳນົດເອົາກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍໄລຍະ 5 ປີ (2020-2025) ແລະ ໄດ້ກຳນົດເຂົ້າຜ່ານໃນກອງປະຊຸມສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຄົນ ໃນທ່າຍປີ 2013 ນີ້. ພ້ອມດຽວກັນນັ້ນ ຫ້ອງວ່າການສູນກາງພັກ ກໍ່ໄດ້ ມີແຈ້ງການ ສະບັບເລກທີ 76/ຫສພ, ລົງວັນທີ 30 ພະຈິກ 2021 ທີ່ມີທິດຊີ້ນໍາໃຫ້ລັດຖະບານ ແລະ ລັດຖະບານກໍ່ໄດ້ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການປະສານສົມທົບ ກັບພາກສ່ວນ ທີ່ຜ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຮ່າງກົດໝາຍຜ່ານເຂດເສດຖະກິດນິເສດ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານດັ່ງກ່າວມີປະສິດທິຜົນສູງ, ສ້າງລາຍຮັບເຂົ້າງົບປະມານຂອງລັດ, ສ້າງວຽກເຮັດງານທໍາ ແລະ ບໍ່ສົ່ງຜົນກະທົບຕໍ່ປະຊາຊົນ ເພື່ອຜັນຂະຫຍາຍທິດຊີ້ນໍາຈາກຂັ້ນເທິງ ແລະ ອີງໃສ່ຄວາມສຳຄັນ ຈຳເປັນ ຂອງການສ້າງ ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດນີ້ ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ແຕ່ງຕັ້ງ ຄະນະຄົ້ນຄວ້າສ້າງ ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ບັບເລກທີ 2359/ກງ ລົງວັນທີ 12 ຕຸລາ 2022 ປະກອບມີບັນດາຜູ້ຕາງໜ້າຈາກຂະແຫນງການກ່ຽວຂ້ອງ ຊຶ່ງຄະນະດັ່ງກ່າວນີ້ ກໍ່ໄດ້ພ້ອມກັນຕົ້ນຄວ້າລົງ ເລີກທາງດ້ານວິຊາການ. ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດຕາມຕໍາລັດ ວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ປີ 2018 ທີ່ຜ່ານມາ ໂດຍສົມທຽບໃສ່ບົດຮຽນຕົວຈິງ ແລະ ບົດຮຽນຂອງປະເທດ ອ້ອມຂ້າງ ຄຽງຄູ່ກັນນັ້ນ ກໍ່ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ, ຮ່ວມກັບຜູ້ ພັດທະນາ ແລະ ຜູ້ລົງທຶນ ຢູ່ໃນເຂດເສດຖະກິດພິເສດທົ່ວປະເທດ ເພື່ອເກັບກຳຂໍ້ມູນມາວິເຄາະວິໄຈ ແລະ ຄົ້ນຄວ້າ, ຈາກນັ້ນ ກໍ່ໄດ້ຈັດກອງປະຊຸມປຶກສາຫາລືການກັນພາຍໃນຕະນະຄົນຄວ້າສ້າງ, ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ທາງດ້ານໂຄງຮ່າງ ແລະ ເນື້ອໃນ ແລ້ວຈຶ່ງໄດ້ຄົ້ນຄ້ວາສັງລວມຮ່າງກົດໝາຍ ສະບັບນີ້ອອກມາ. ເຊີ່ງປະກອບມີ ທັງຫມົດ12ພາກ,17 ໝວດ ແລະ 90 ມາດຕາ, ໂອກາດນີ້ ຍັງໄດ້ເປີດກ້ວາງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄວາມຄິດເຫັນເຂົ້າໃນມາດຕາຕ່າງໆໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບໂຕຈີງ.
ຂ່າວ;ພາບ: ແສງອາທິດ