ຕອນເຊົ້າວັນທີ 5 ມີນານີ້, ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ແລະ ຜູ້ນຳພັກ-ລັດຈີນທ່ານອື່ນໆ ພ້ອມດ້ວຍຜູ້ແທນສະພາປະຊາຊົນແຫ່ງຊາດ 2.880 ທ່ານ ເຂົ້າຮ່ວມ.
ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ສະເໜີບົດລາຍງານວຽກງານຂອງລັດຖະບານໃນ 1 ປີທີ່ຜ່ານມາຕໍ່ກອງປະຊຸມ ແລະ ວາງຂໍ້ສະເໜີຕໍ່ວຽກງານໃນປີນີ້, ເພື່ອໃຫ້ກອງປະຊຸມພິຈາລະນາ.
ອີງຕາມການຈັດວາງຂອງວາລະປະຊຸມ, ບົດລາຍງານແຜນພັດທະນາເສດຖະກິດສັງຄົມແຫ່ງຊາດທີ່ກ່ຽວພັນເຖິງທິດທາງນະໂຍບາຍຂອງລັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງບົດລາຍງານງົບປະມານແຫ່ງລັດທີ່ຖືກຖືເປັນປຶ້ມບັນຊີຂອງລັດ, ຈະຍື່ນໃຫ້ກອງປະຊຸມພິຈາລະນາໃນພິທີໄຂ. ຮ່າງກົດໝາຍວ່າດ້ວຍຜູ້ແທນສະພາປະຊາຊົນແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນທຸກຂັ້ນຂອງສາທາລະນະລັດປະຊາຊົນຈີນສະບັບປັບປຸງກໍຈະຍື່ນໃຫ້ກອງປະຊຸມພິຈາລະນາ.
ທີ່ມາ: CMG




