ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ພາຍໃຕ້ຄໍາຂວັນ “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ”

Oct 19, 2024

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ: “ ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານເລຂາທິການໃຫຍ່ໄອປາ, ເລຂາທິການໃຫຍ່ອາຊຽນ, ສົມເດັດ, ທ່ານ ປະທານສະພາ, ປະທານ ລັດຖະສະພາຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວໄຂກອງປະຊຸມວ່າ: ຄໍາຂວັນຂອງກອງປະ ຊຸມຄັ້ງນີ້ ແມ່ນສອດຄ່ອງກັບຄໍາຂວັນປະທານອາຊຽນ ຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍສຸມໃສ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນໃນປີ 2025 ເພື່ອເຮັດໃຫ້ພາກພື້ນມີິການເຊື່ອມຈອດ ແລະ ເຂັ້ມແຂງ ທັງເປັນການຊຸກຍູ້ສົ່ງເສີມຄວາມພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ ໃນການບັນລຸເປົ້າໝາຍດ້ານການພັດທະນາພື້ນຖານໂຄງລ່າງ ແລະ ລະບຽບການຕ່າງໆທີ່ມີການເຊື່ອມຈອດທາງດ້ານການຂົນສົ່ງ, ໂທລະຄົມມະນາຄົມ, ພະລັງ ງານ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຜະລິດ, ການບໍລິການ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນອາຊຽນໃຫ້ຫຼາຍຂຶ້ນ, ການເຊື່ອມໂຍງທາງດ້ານເສດຖະກິດ ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ສ້າງເສດຖະກິດອາຊຽນໃຫ້ມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.
ພ້ອມນີ້ ທ່ານໄດ້ຕີລາຄາສູງຕໍ່ການປະສານສົມທົບລະຫວ່າງໄອປາ ກັບອາຊຽນ ຊຶ່ງໄດ້ມີກົນໄກພົບປະເຮັດວຽກຮ່ວມກັນເປັນລະບົບ ແລະ ມີການປັບປຸງດີຂຶ້ນ ເປັນຕົ້ນການພົບປະລະຫວ່າງຜູ້ນຳອາຊຽນກັບຜູ້ນຳໄອປາ, ການເຂົ້າຮ່ວມກອງປະຊຸມສະມັດ ຊາໃຫຍ່ໄອປາ ຂອງເລຂາທິການໃຫຍ່ອາຊຽນ, ການເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳຕ່າງໆຂອງກັນ ແລະ ກັນ ກໍຄືການແລກປ່ຽນຂໍ້ມູນຂ່າວສານນຳກັນ. ໃນຂະ ບວນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ກໍຄືຶການຈັດຕັ້ງປະຕິບັດວິໄສທັດປະ ຊາຄົມອາຊຽນ 2025 ແລະ ຕໍ່ໜ້າ, ໄອປາ ແລະ ອາຊຽນຍິ່ງຈະຕ້ອງເພີ່ມທະວີການຮ່ວມມືຮັດແໜ້ນການເປັນຄູ່ຮ່ວມທີ່ສະໜັບສະໜູນການປະຕິບັດໜ້າທີ່ເຊິ່ງກັນ ແລະ ກັນ ຕາມພາລະບົດບາດຂອງຕົນ ເພື່ອເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຢືນຍົງ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນໃນບັນດາປະເທດສະມາຊິກອາຊຽນຢ່າງແທ້ຈິງ.
ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ໃນໄລຍະດໍາເນີນກອງປະຊຸມ ຈະມີກອງປະຊຸມບັນດາກຳມາທິການປະຈຳຕ່າງໆ ຊຶ່ງຈະໄດ້ລົງເລິກຄົ້ນຄວ້າປຶກສາຫາລືບັນດາເນື້ອໃນ ແລະ ຮ່າງມະຕິໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະ ວຽກງານພາຍໃນຂອງໄອປາ. ນອກຈາກນີ້, ຍັງຈະມີກອງປະຊຸມລະ ຫວ່າງໄອປາ ກັບລັດຖະສະພາປະເທດສັງເກດການ ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນ ແລະ ວິທີແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆຮ່ວມກັນ, ສະໜັບສະ ໜູນບັນດາເປົ້າໝາຍອາຊຽນ ແນໃສ່ຮັບປະກັນການເຊື່ອມໂຍງ ແລະ ການເຕີບໂຕແບບກວມລວມ ພ້ອມກັນນີ້, ກອງປະຊຸມພວກເຮົາມີຄວາມຍິນດີທີ່ໄດ້ຕ້ອນຮັບຄູ່ຮ່ວມພັດທະນາໄອປາຈາກຫຼາຍອົງການຈັດຕັ້ງສາກົນ ຊຶ່ງເປັນໂອກາດອັນດີທີ່ຈະໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ປະສົບການກ່ຽວກັບການຍົກສູງຂີດຄວາມສາ ມາດໃນການປະຕິບັດໜ້າທີ່ຂອງໄອປາ ກໍຄືລັດຖະສະພາສະມາຊິກໄອປາໃຫ້ເຂັ້ມແຂງຂຶ້ນ ເພື່ອເຮັດໃຫ້ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວປາໄສຕໍ່ກອງປະຊຸມວ່າ: ກອງປະຊຸມໄອປາ ຄັ້ງທີ 45 ດຳເນີນພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ເຊິ່ງເຫັນວ່າມີຄວາມສໍາຄັນ ແລະ ສອດຄ່ອງກັບຄວາມພະຍາຍາມລວມຂອງອາຊຽນໃນການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຄວາມພະຍາຍາມຂອງ ສປປ ລາວ ທີ່ຈະຫັນຈາກປະເທດທີ່ບໍ່ມີຊາຍເເດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ໃນພາກພື້ນ ພ້ອມທັງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ 2030 ຂອງບັນດາປະຊາຊາດ ແນໃສ່ໃຫ້ພວກເຮົາທຸກຄົນກ້າວໄປພ້ອມກັນ, ກອງປະຊຸມຄັ້ງນີ້ຈະເປັນໂອກາດດີໃຫ້ສະແດງຄວາມຄິດເຫັນ, ວິໄສທັດ ແລະ ແລກປ່ຽນທັດສະນະຂອງຕົນຢ່າງກົງໄປກົງມາ ແລະ ສ້າງສັນເພື່ອແນໃສ່ຮັດແໜ້ນການຮ່ວມມື ແລະ ກຳນົດທິດທາງໃນຕໍ່ໜ້າສຳລັບວຽກງານ AIPA ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ ຢ່າງທົ່ວເຖິງ.
อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ