ແຂວງບໍ່ແກ້ວ ໄຂກອງປະຊຸມເພື່ອສະຫລຸບວຽກງານຫ້ອງວ່າການ ແລະ ວຽກງານກໍ່ສ້າງຮາກຖານການເມືອງທົ່ວແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ 2025. ໃນວັນທີ 25 ກຸມພາ 2025 ຢູ່ທີ່ຫ້ອງວ່າການແຂວງ. ມີບັນດາ ທ່ານເຈົ້າເມືອງ 05 ເມືອງ, ຫົວໜ້າຫ້ອງວ່າການເມືອງ, ຕາງໜ້າພະແນກການ-ອົງການອ້ອມຂ້າງແຂວງ, ຈຸດສຸມຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫົງແກ້ວ ວິໄນວົງ ກຳມະການພັກແຂວງ ຫົວຫນ້າ ຫ້ອງວ່າການແຂວງບໍ່ແກ້ວ, ປະທານກອງປະຊຸມ ໄດ້ມີຄໍາເຫັນວ່າ: ກອງປະຊຸມ ຄັ້ງນີ້ ແມ່ນຈະໄດ້ສະຫຼຸບຄືນວຽກງານຫ້ອງວ່າການແຂວງ ແລະ ວຽກງານກໍ່ສ້າງຮາກຖານການເມືອງທົ່ວແຂວງ ປະຈໍາປີ 2024, ແມ່ນມີຄວາມໝາຍສໍາຄັນຫລາຍ ແລະ ເປັນໂອກາດດີ ໃຫ້ແກ່ແຕ່ລະພາກສ່ວນທີ່ຈະໄດ້ມີການຖອດຖອນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາ ຢູ່ແຕ່ລະກົມກອງຂອງຕົນ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງເຊີດຊູຄວາມເປັນເຈົ້າການຄົ້ນຄວ້າປະກອບຄໍາຄິດເຫັນໃຫ້ເລິກເຊິ່ງເຖິງຖອງ, ເຮັດໃຫ້ກອງປະຊຸມໄດ້ດໍາເນີນໄປດ້ວຍດີ ມີຄວາມເປັນເອກະພາບ ບັນລຸຜົນສໍາເລັດຕາມວັດຖຸປະສົງທີ່ວາງໄວ້.
ທ່ານ ຄໍາຫຼ້າ ຈັນທະວົງ ຮອງຫົວໜ້າ ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຜ່ານຮ່າງບົດສະຫຼຸບວຽກງານຮອບດ້ານຂອງຫ້ອງວ່າການ ປະຈຳປີ 2024. ໄດ້ຍົກໃຫ້ເຫັນດ້ານດີຜົນງານ ໃນການການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ. ດ້ານການເມືອງ-ແນວຄິດ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ, ວຽກງານຈັດຕັ້ງ-ກວດກາ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານສ່ວນຫຼາຍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຫຼາຍດ້ານພ້ອມທັງຜ່ານທິດທາງແຜນການ ວຽກງານຈຸດສຸມແຕ່ລະດ້ານ ປີ 2025.
ທ່ານ ສີວິໄລ ສີແສນດີ ຮອງຫົວໜ້າ ຫ້ອງວ່າການແຂວງບໍແກ້ວ. ໄດ້ສະຫຼຸບວຽກກໍ່ສ້າງຮາກຖານການເມືອງ-ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຂອງແຂວງ ປີ 2024, ເພື່ອຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ດ້ານການປັບປຸງລະບົບການເມືອງ.ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານວຽກງານເສດຖະກິດ. ວຽກງານວັດທະນະທໍາ-ສັງຄົມ. ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ. ການຈັດສັນພູມລຳເນົາ ແລະ ອາຊີບ, ຜົນງານການເຄື່ອນໄຫວໃນການຊີ້ນໍາໆພາ ຜ່ານມາແລະບັນດາດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ ວາງທິດທາງແຜນການ 2025, ຄາດໝາຍສູ້ຊົນຈັດຕັ້ງປະຕິບັດໃນຕໍ່ຫນ້າ ໃຫ້ບັນລຸຜົນສໍາເລັດ.
ກອງປະຊຸມ ບັນດາຜູ້ເຂົ້າຮ່ວມຕາງໜ້າແຕ່ລະພາກສ່ວນ ໄດ້ມີຄໍາເຫັນຕາມຄໍາຖາມເຈາະຈີ້ມຂອງປະທານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການປະສານງານວຽກງານຫ້ອງວ່າການແຂວງ. ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ, ບັນຫາຄວາມຫຍຸ້ງຍາກ ວິທີຈະສືບຕໍ່ແກ້ໄຂໃນສະເພາະໜ້າ ແລະ ຂໍສະເໜີຕ່າງໆ ຕໍ່ພາກສ່ວນກ່ຽວຂ້ອງ ໃນການລົງໃກ້ສິດຕິດແທດກັບຮາກຖານ, ດ້ານງົບປະມານ ແລະ ດ້ານວຽກງານອື່ນໆ
ຂ່າວ: ເງິນຫຼົງ ຈິດພູວົງ.





