ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ມີນາ 2025 ທີ່ຫໍສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະ ທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນວ່າ: ກອງປະ ຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະ ເທດຊາດ ຄື: ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງ ປີ 2025; ພິຈາລະນາ ແລະ ຮັບຮອງເອົາການ ປັບປຸງກົດໝາຍ ຈຳນວນ 2 ສະບັບ ຄື: ກົດໝາຍວ່າດ້ວຍ ການ ປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍ ພະນັກງານ- ລັດຖະກອນ; ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກຳຈຳ ນວນໜຶ່ງ; ພິຈາລະນາຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງລັດຖະບານ. ນອກຈາກນີ້, ຍັງຈະໄດ້ພິຈາລະນາຮັບຮອງຫລາຍບັນຫາ ທີ່ສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງປະເທດຊາດ.
ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງມີຄວາມສາມັກຄີເປັນປຶກແຜນ, ປະ ສານສົມທົບ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄຳເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດ ກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວ ທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫລັກການຂອງພັກ, ຕາມລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມ ເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ, ພ້ອມທັງຊອກຫາວິທີການ, ມາດຕະການທີ່ສອດຄ່ອງ ເພື່ອແກ້ ໄຂບັນດາບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ, ພ້ອມກັນນັ້ນ, ກໍສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອສາມາດຮັບຮອງ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.
ກອງປະຊູມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດວັນທີ 20 ມີນາ 2025 ຈອ່ງຈະສໍາເລັດ.





