ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄຂຂຶ້ນໃນຕອນເຊົ້າ ວັນທີ 03 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025.
ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 01 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ເປິກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ; ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝທີ XI ແລະ ການກະກຽມຄວາມພ້ອມ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຮ່າງວິໄສທັດ ຮອດປີ 2045 ແລະ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານແຫ່ງຊາດ ຮອດປີ 2035. ຮ່າງດໍາລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ. ຮ່າງດໍາລັດ ວ່າດ້ວຍຢາງພາລາ. ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ. ຮ່າງດຳລັດ ວ່າດ້ວຍພະນັກງານທ້ອງຖິ່ນ ທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳຢູ່ລາວ. ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງທະນະບັດ.
ໃນໂອກາດມີຄຳເຫັນໄຂກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະ ຄວາມຂັດແຍ້ງດ້ານເສດຖະກິດ-ການຄ້າ, ການທະຫານ, ບັນຫາຊາຍແດນ ແລະອື່ນໆ ຊຶ່ງຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການຮັບມືຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ. ສ່ວນສະພາບພາຍໃນປະເທດເຮົາ ຍັງເກີດມີຜົນກະທົບຈາກໄພທໍາມະຊາດ ແລະອື່ນໆ, ບັນຫາທັງໝົດເຫຼົ່ານັ້ນ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ ຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ຕ້ອງໄດ້ຮີບຮ້ອນພ້ອມກັນສຸມໃສ່ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ,ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມລັດຖະບານຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.





