ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງ ກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 02 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ລາຍງານ ກ່ຽວກັບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກ ງານພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2025 ຂອງລັດຖະບານ; ການກະກຽມກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025; ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງ ຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ; ການກະກຽມເຂົ້າຮ່ວມງານວາງສະແດງໂລກ (World EXPO) 2025, ທີ່ Osaka, ປະເທດຍີ່ປຸ່ນ; ຜົນສໍາເລັດການກໍານົດເຂດແດນເຊື່ອມຕໍ່ ລະ ຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ ທົ່ວປະເທດ ແລະ ລາຍງານຂໍທິດຊີ້ນໍາວຽກງານສ້າງຕັ້ງຕາແສງ ໃນຕໍ່ໜ້າ.
2. ຮ່າງຍຸດທະສາດ ການບໍລິຫານລັດແບບດີຈີຕອນ;
3. ຮ່າງດຳລັດ ວ່າດ້ວຍ ກະສິກຳສະອາດ;
4. ຮ່າງດຳລັດ ວ່າດ້ວຍ ສິນເຊື່ອກາກບອນ;
5. ຮ່າງດຳລັດ ວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ;
6. ຮ່າງດຳລັດ ວ່າດ້ວຍ ການເອົາເດັກໄປເປັນລູກລ້ຽງ;
7. ຮ່າງດໍາລັດ ວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະ ພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ການແຂ່ງຂັນທາງດ້ານເຕັກໂນໂລຊີ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດມະຫາອຳນາດ, ບັນຫາໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະ ບັນຫາລາຄາສິນຄ້າ, ຄ່າຄອງຊີບສູງ, ການແກ້ໄຂບັນຫາໜີ້ສິນ, ບັນຫາມົນລະພິດທາງອາກາດ, ລວມທັງ ການປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ເຊິ່ງບັນຫານີ້ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການແກ້ໄຂ ໃນໄລຍະກາງ ແລະ ໄລຍະຍາວ ທີ່ໄດ້ວາງອອກໃນໄລຍະຜ່ານມາ.
ໃນໂອກາດດຽວກັນ, ທ່ານ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.




