ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II, ໄດ້ໄຂຂຶ້ນໃນວັນທີ 14 ມັງກອນ 2025, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ, ທ່ານ ສຸບັນ ສະວະບຸດ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ບັນດາທ່ານການນໍາຂອງແຂວງ, ອາດີດການນໍາພັກ-ລັດຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ14, ບັນດາທ່ານຄະນະນໍາພະແນກການ, ອົງການລັດທຽບເທົ່າຂັ້ນແຂວງ, ທ່ານເຈົ້າເມືອງ ແລະສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.
ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງສາລະວັນໄດ້ກ່າວໄຂການດຳເນີນກອງປະຊຸມຄັ້ງນີ້ວ່າ: ໂດຍປະຕິບັດຕາມມາດຕາ 59 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດ ໝາຍວ່າດ້ວຍສະພາແຫ່ງຊາດ ແລະກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ໄຂຂຶ້ນ ເພື່ອຈະໄດ້ພິຈາລະນາແລະຮັບຮອງບັນດາເນື້ອໃນ 10 ວຽກ ເປັນຕົ້ນ: ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ວຽກງານຂອງສະພາ ແລະວຽກງານອື່ນໆ. ທັງນີ້ເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງ, ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະບັນລຸຕາມແຜນການທີ່ວາງໄວ້. ນອກຈາກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ແລະ ການປະກອບຄໍາເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງຕື່ມອີກ.
ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນພາວະວິໄສ, ມີເຫດມີຜົນ, ຮັດກຸມບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດແລະສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ. ກອງປະຊຸມສະໄໝສາມັນ ເທື່ອທີ 8 ຊຸດທີ II ຂອງສະພາປະຊາຊົນແຂວງສາລະວັນ ຈະໄດ້ດຳເນີນເປັນເວລາ 3 ວັນ ( 14-16 ມັງກອນ 2025) ຈຶ່ງສໍາເລັດ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.





