ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງຊຽງຂວາງ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຊຽງຂວາງຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 29 ມັງກອນ 2025 ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ບຸນໂຮມ ເທດທານີ ຮອງເລາຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງຂວາງ. ມີ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງ ຂວາງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ9, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າ ຮ່ວມນຳ.
ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ , ບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງແຂວງປະຈຳປີ 2024 ແລະ ທິດທາງແຜນການຂອງປີ 2025 , ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປະຈຳປີ 2024 ແລະ ທິດ ທາງແຜນການຂອງປີ 2025, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025.
ລວມທັງ, ບົດລາຍງານຂອງອົງການກວດສອບປະຈໍາພາກ ເໜືອ1 ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025, ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂອງແຂວງຊຽງຂວາງບົດລາຍງານການເຄື່ອນໄຫວວຽກງານ ຕິດຕາມກວດກາ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງອົງການກວດກາລັດແຂວງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດເປັນໃຈກາງປະສານງານກັບພາກສ່ວນກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂຜົນຂອງການກວດສອບຜ່ານມາ ແລະ ທິດທາງຕໍ່ໜ້າ ແລະ ອື່ນໆ.
ພາບ-ຂ່າວ:ສົມພອນ,ຕີ່ງຄຳ, ເດືອນ




