ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ II ໄຂຂຶ້ນໃນວັນທີ 24 ທັນວາ 2024 ທີ່ນະຄອນໄກສອນ ພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ ພ້ອມບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ກົງແກ້ວ ມີວໍລະຈັກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາ, ຮັບຮອງບັນດາເນື້ອໃນທີ່ສໍາຄັນ ຕ່າງໆຂອງແຂວງ ເປັນຕົ້ນ ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງເຈົ້າແຂວງສະຫວັນນະເຂດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ; ຮັບຟັງລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ ແລະພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ, ຮັບຟັງລາຍງານຂອງກອງບັນຊາການ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ; ພິຈາລະນາ ຮັບຮອງເອົາ ບຸກຄະລາກອນຂອງອົງການປົກຄອງແຂວງ; ຮັບຟັງລາຍງານຂອງອົງການກວດສອບ ປະຈໍາພາກກາງ 2 ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ຮັບຟັງລາຍງານຜົນການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023; ຮັບຟັງລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ບົດລາຍງານ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ປະຈຳປີ2023; ຮັບຟັງລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ຮັບຟັງລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ແລະ ພິຈາລະນາ, ຮັບຮອງການສ້າງ ແລະ ປັບປຸງ ນິຕິກໍາໃຕ້ກົດໝາຍ 3 ສະບັບ, ປັບປຸງ 2 ສະບັບ ສ້າງໃໝ່ 1 ສະບັບ ຄື: ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງທີ່ດິນວັດທະນາທໍາ ພາຍໃນແຂວງສະຫວັນນະເຂດ (ສ້າງໃໝ່) ແລະ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກຳນົດເຂດປະເມີນເຂດລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງສະຫວັນນະເຂດ (ປັບປຸງ) ແລະ ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ປັບປຸງ), ຮັບຟັງລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025.
ພ້ອມນີ້, ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງຕື່ມອີກ. ສຳລັບກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ II ຈະໄດ້ດໍາເນີນໄປເປັນເວລາ 4 ວັນ ຈົນເຖິງວັນທີ 27 ທັນວາ 2024.





