ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງປາກລາຍ

Mar 17, 2025

ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງປາກລາຍ ແຂວງໄຊຍະບູລີ ໄຂຂຶ້ນໃນວັນທີ 17 ມີນານີ້, ໂດຍການເປັນປະທານຂອງ ສະຫາຍ ຄໍາຝັ້ນ ວົງສະຫວັນ ຮັກສາການແທນເລຂາພັກເມືອງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນ 181 ສະຫາຍ ຍິງ 24 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກໃນທົ່ວເມືອງ ປາກລາຍ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງນີ້, ຈະໄດ້ພ້ອມ ກັນສຸມໃສ່ພິຈາລະນາຮັບຮອງເອົາບົດລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ວາງທິດທາງຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ (2024-2029), ຮັບຟັງການປະກອບຄຳຄິດຄຳເຫັນຈາກບັນດາພາກສ່ວນຕ່າງໆ, ຄອບຄົວຕົວແບບ ແລະ ບັນດາເມືອງອ້ອມຂ້າງ, ຮັບຟັງບົດສຳຫຼວດການນຳພາລວມຂອງອົງຄະນະພັກເມືອງ ປາກລາຍສະ ໄໝທີ VIII.
ກອງປະຊຸມຈະໄດ້ພ້ອມກັນດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເລືອກເອົາຜູ້ແທນເພຶ່ອເປັນຕົວແທນຂອງອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ອົງຄະນະພັກແຂວງຄັ້ງທີ VIII, ເລືອກເອົາຄະນະປະຈໍາພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງຄະນະປະທານກວດກາພັກ, ພິເສດກອງປະຊຸມໃຫຍ່ຄັ້ງນີ້ຍັງຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ເລຂາຄະນະບໍລິຫານງານພັກແຂວງ.
ສະຫາຍ ບຸນສົງ ລາດສະວົງ ຮອງເລຂາພັກເມືອງ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ, ໂດຍລວມແລ້ວເສດຖະກິດຂະຫຍາຍຕົວສະເລ່ຍ 6.6%. ໃນນີ້,ກະສິກຳຂະຫຍາຍຕົວ 5.27%, ອຸດສາຫະກໍາຂະຫຍາຍຕົວ 7.63%, ການບໍລິການຂະຫຍາຍຕົວ 7.83%, ລວມຍອດຜົນຜະລິດທັງໝົດບັນລຸ 2.416 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນໄດ້ 30 ລ້ານກວ່າກີບ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 44.91 ຕື້ກີບ, ລື່ນຄາດໝາຍ 10.63%, ຄຸ້ມຄອງລາຍຈ່າຍໄດ້ 22.70 ຕື້ກີບ, ຜະລິດເຂົ້າປະຕິບັດໄດ້ທັງໝົດ 34,361.60 ໂຕນ, ສະເລ່ຍເຂົ້າກິນໃສ່ຫົວຄົນໜື່ງໄດ້ 446 ກິໂລ/ຄົນ/ປີ ແລະ ອື່ນໆ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ